ຂ່າວເດັ່ນ

ອີ​ຢູ ບໍ່​ສາ​ມາດຮັ​ບ​ຮອງ​ເອົາບ້ວງ​ລົງ​ໂທດ ລັດ​ເຊຍ ​ຄັ້ງ​ທີ 18

ອີ​ຢູ ບໍ່​ສາ​ມາດຮັ​ບ​ຮອງ​ເອົາບ້ວງ​ລົງ​ໂທດ ລັດ​ເຊຍ ​ຄັ້ງ​ທີ 18

(VOVWORLD) - ວັນທີ 15 ກໍລະກົດ, ສະຫະພາບເອີຣົບ (ອີຢູ) ໄດ້ຮັບຮອງເອົາບ້ວງລົງໂທດໃໝ່ເລັ່ງໃສ່ ລັດເຊຍ, ພາຍຫຼັງທີ່ ສະໂລວາກີ ໄດ້ຂັດຂວາງຂໍ້ສະເໜີດັ່ງກ່າວ ຍ້ອນບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ.

ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ ບຣຸກແຊນ (ພາບ: THX/TTXVN)

        ເມື່ອເດືອນກ່ອນ, ຄະນະກຳມະການເອີຣົບ (EC) ໄດ້ປະກາດຂໍ້ສະເໜີບ້ວງລົງໂທດ ລັດເຊຍ ຄັ້ງທີ 18 ເຊິ່ງເລັ່ງໃສ່ບັນດາຂົງເຂດພະລັງງານ, ການເຄື່ອນໄຫວຂອງທະນາຄານ ແລະ ອຸດສາຫະກຳປ້ອງກັນຊາດ. ໃນຈຳນວນບັນດາມາດຕະການທີ່ໄດ້ສະເໜີມານັ້ນ ມີຄຳສັ່ງຫ້າມດຳເນີນບັນດາທຸລະກຳດ້ານການເງິນ ທີ່ກ່ຽວຂ້ອງເຖິງທໍ່ສົ່ງນ້ຳມັນອາຍແກັດ Nord Stream ຂອງ ລັດເຊຍ. ສະໂລວາກີ, ປະເທດທີ່ເອື່ອຍອີງໃສ່ເຊື້ອເພີງຂອງ ລັດເຊຍ ຫຼາຍທີ່ສຸດນັ້ນ ໄດ້ຄັດຄ້ານຂໍ້ສະເໜີດັ່ງກ່າວ, ດ້ວຍຂໍ້ອ້າງທີ່ວ່າ ຈະເຮັດໃຫ້ມີຄວາມວິຕົກກັງວົນກ່ຽວກັບການຂາດວັກຂາດຕອນແຫຼ່ງສະໜອງ ແລະ ຄ່າໃຊ້ຈ່າຍໃຫ້ແກ່ຂົງເຂດພະລັງງານຈະເພີ່ມຂຶ້ນສູງ.

        ສິ່ງທີ່ໜ້າສົນໃຈແມ່ນ, ວັນທີ 15 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ໄດ້ຮັບຮອງເອົາການລົງໂທດ 7 ຄົນ ແລະ ໜຶ່ງອົງການທີ່ມີສາຍພົວພັນກັບ ມົດສະກູ ດ້ວຍຂໍ້ຫາວ່າ ຊອກຫາວິທີເຮັດໃຫ້ຂາດສະຖຽນລະພາບຢູ່ ມົນໂດວາ ກ່ອນດຳເນີນການເລືອກຕັ້ງສະພາແຫ່ງຊາດປະເທດນີ້ ເຊິ່ງຈະດຳເນີນໃນເດືອນ ກັນຍາ ຈະມາເຖິງ. ຖະແຫຼງການໃຫ້ຮູ້ວ່າ ບັນດາມາດຕະການລົງໂທດລວມທັງການກັກຊັບສິນ ແລະ ຫ້າມການສັນຈອນໄປມາ.



This site is protected by reCAPTCHA and the Google Privacy Policy and Terms of Service apply.