ຂ່າວເດັ່ນ

ອີ​ຢູ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກ່ຽວ​ກັບ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2026

ອີ​ຢູ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກ່ຽວ​ກັບ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2026

(VOVWORLD) - ວັນທີ 15 ພະຈິກ, ສະຫະພາບເອີຣົບ (EU) ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານປີ 2026 ພາຍຫຼັງການເຈລະຈາລະຫວ່າງຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ລັດຖະສະພາເອີຣົບ (EP) ທີ່ໄດ້ດຳເນີນໃນວັນດຽວກັນ.

(ພາບປະກອບ: REUTERS/Yves Herman)

ຕາມຂໍ້ຕົກລົງ, ຈຳນວນທັງໝົດທີ່ໃຊ້ຈ່າຍຈາກແຫ່ງງົບປະມານ EU ປີ 2026 ຄາດວ່າບັນລຸປະມານ 192,8 ຕື້ ເອີໂຣ (ເທົ່າກັບ 224 ຕື້ USD). ໃນນັ້ນ ຈະຫັກເອົາເງິນ 715 ລ້ານ ເອີຣົບ ເພື່ອສ້າງກອງທຶນສຳຮອງ ເພື່ອນຳໃຊ້ຮັບມືກັບບັນດາກໍລະນີເກີດຂຶ້ນກະທັນຫັນ. ການສ້າງຕັ້ງບ້ວງເງິນສຳຮອງນີ້ ແມ່ນເໝາະສົມກັບຂໍ້ສະເໜີຂອງສ່ວນໃຫຍ່ປະເທດສະມາຊິກທີ່ມີຄວາມປາດຖະໜາຢາກເພີ່ມລັກສະນະໄຫວພິບທາງດ້ານການເງິນຂອງກຸ່ມໃນໄລຍະຂາດສະຖຽນລະພາບ.

        ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານປີ 2026 ຕ້ອງໄດ້ຮັບການອະນຸມັດຈາກສະພາ ອີຢູ ໃນວັນທີ 24 ພະຈິກ ກ່ອນທີ່ຈະຍື່ນສະເໜີຕໍ່ EP ຮັບຮອງເອົາໃນວາລະປະຊມຸຄົບຄະນະທີ່ຈະດຳເນີນໃນທ້າຍອາທິດນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.