ຂ່າວເດັ່ນ

ອີ​ຢູ ແລະ ຈີນ ຕົກ​ລົ​ງ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ດິນ​ປະ​ເສີດ

ອີ​ຢູ ແລະ ຈີນ ຕົກ​ລົ​ງ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ດິນ​ປະ​ເສີດ

(VOVWORLD) - ວັນທີ 21 ຕຸລາ, ທ່ານ Maros Sefcovic ກຳມະການການຄ້າ ສະຫະພາບເອີຣົບ ໃຫ້ຮູ້ວ່າ ກຸ່ມນີ້ ແລະ ຈີນ ໄດ້ຕົກລົງເປັນເອກະພາບຈັດບັນດາວາລະເຈລະຈາ “ດ່ວນ” ຢູ່ ບຣຸກແຊັນ ກ່ຽວຂ້ອງເຖິງມາດຕະການຄວບຄຸມການສົ່ງອອກດິນປະເສີດຂອງ ປັກກິ່ງ.

 ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ລັດຖະສະພາເອີຣົບ ຢູ່ Strasbourg (ຝລັ່ງ) ພາຍຫຼັງການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຄ້າ ຈີນ ຫວັງເຫວັນຕາວ ທີ່ແກ່ຍາວ 2 ຊົ່ວໂມງ, ທ່ານ  Maros Sefcovic ກຳມະການການຄ້າ ສະຫະພາບເອີຣົບ ຢັ້ງຢືນວ່າ ທ່ານໄດ້ເຊື້ອເຊີນເຈົ້າໜ້າທີ່ ຈີນ ເດີນທາງໄປຍັງ ບຣຸກແຊນ ໃນຊຸມວັນຈະມາເຖິງເພື່ອຊອກຫາບັນດາມາດຕະການໂດຍດ່ວນກ່ຽວຂ້ອງເຖິງມາດຕະການຄວບຄຸມການສົ່ງອອກດິນປະເສີດຂອງ ປັກກິ່ງ  ເຊິ່ງພວມແມ່ນບັນຫາຂອງການພົວພັນລະຫວ່າງ ອີຢູ ແລະ ຈີນ. ທ່ານລັດຖະມົນຕີກະຊວງການຄ້າ ຈີນ ໄດ້ຮັບຄຳເຊື້ອເຊີນດັ່ງກ່າວ. ທ່ານ Maros Sefcovic ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບທີ່ມີລັກສະນະສ້າງສັນດັ່ງກ່າວ, ສອງຝ່າຍກໍເຫັນດີເປັນເອກະພາບເພີ່ມທະວີການຕິດຕໍ່ຢູ່ທຸກຂັ້ນ.

        ການກະທຳດັ່ງກ່າວໄດ້ດຳເນີນໃນວັນທີ 9 ຕຸລາ ຜ່ານມາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.