ຂ່າວເດັ່ນ

ອີ​ຢູ ໜູນ​ຊ່ວຍ​ເຊື່ອມ​ຕໍ່​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ທີ່​ຖືກ​ຂາດ​ວັກ​ຂາດ​ຕອນ​ຢູ່ ຢູ​ແກຼນ

ອີ​ຢູ ໜູນ​ຊ່ວຍ​ເຊື່ອມ​ຕໍ່​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ທີ່​ຖືກ​ຂາດ​ວັກ​ຂາດ​ຕອນ​ຢູ່ ຢູ​ແກຼນ

(VOVWORLD) - ສະຫະພາບເອີຣົບ (EU) ຈະໜູນຊ່ວຍເປີດທໍ່ສົ່ງນ້ຳມັນ Druzhba ຄືນໃໝ່ໃນສະພາບການແຫຼ່ງສະໜອງນ້ຳມັນຜ່ານທໍ່ສົ່ງນ້ຳມັນໄປຜ່ານ ຢູແກຼນ ພວມຖືກຢຸດສະງັກ.

ວັນທີ 17 ມີນາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ຈະໜູນຊ່ວຍເປີດທໍ່ສົ່ງນ້ຳມັນ Druzhba ຄືນໃໝ່ໃນສະພາບການແຫຼ່ງສະໜອງນ້ຳມັນຜ່ານທໍ່ສົ່ງນ້ຳມັນໄປຜ່ານ ຢູແກຼນ ພວມຖືກຢຸດສະງັກ.

        ໃນຈົດໝາຍຝາກເຖິງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ , ທ່ານນາງ Ursula von der Leyen ແລະ ທ່ານ Antonio Costa ປະທານສະພາເອີຣົບ  ສະແດງຄວາມຫວັງຕໍ່ເລື່ອງສ້ອມແປງທໍ່ສົ່ງນ້ຳມັນຢ່າງວ່ອງໄວ ຈະຊ່ວຍ EU ຊຸກຍູ້ວິວັດທະນາການຮັບຮອງເອົາບ້ວງເງິນກູ້ຢືມ ແລະ ມາດຕະການລົງໂທດ ໂດຍໄວ.

        ໃນແຈ້ງການທີ່ໄດ້ປະກາດພ້ອມກັບຈົດໝາຍ ແລະ ຄຳຕອບກັບຈາກຝ່າຍ ຢູແກຼນ, ທ່ານນາງ von der Leyen  ຢັ້ງຢືນວ່າ EU ໄດ້ສະເໜີໜູນຊ່ວຍດ້ານເຕັກນິກ ແລະ ການເງິນໃຫ້ແກ່ Kiev, ພ້ອມທັງເນັ້ນໜັກວ່າ ບັນດານັກຊ່ຽວຊານ ເອີຣົບ ກຽມພ້ອມເຂົ້າຮ່ວມຢ່າງທັນທີ. ຝ່າຍ ຢູແກຼນ ສະແດງຄວາມຊົມເຊີຍ ແລະ ຍອມຮັບຂໍ້ສະເໜີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.