ຂ່າວເດັ່ນ

ອີ​ຢູ ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ນະ​ໂຍ​ບາຍ​ພາ​ສີອ​າ​ກອນ​ຂອງ ອ​າ​ເມ​ລິ​ກາ ເປັນ​ເວ​ລາ 6 ເດືອນ

ອີ​ຢູ ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ນະ​ໂຍ​ບາຍ​ພາ​ສີອ​າ​ກອນ​ຂອງ ອ​າ​ເມ​ລິ​ກາ ເປັນ​ເວ​ລາ 6 ເດືອນ

(VOVWORLD) - ຄະນະກຳມະການ ເອີລົບ ຈະປະຕິບັດບັນດາບາດກ້າວທີ່ຈຳເປັນ ເພື່ອຢຸດຕິບັນດາມາດຕະການໂຕ້ຕອບຂອງ ອີຢູ ທີ່ມີຕໍ່ ອາເມລິກາ ໃນເວລາ 6 ເດືອນ....

(ພາບ: REUTERS/Francois Lenoir)

    ວັນທີ 4 ສິງຫາ, ໂຄສົກຄະນະກຳມະການ ເອີລົບ ໃຫ້ຮູ້ວ່າ: ອີຢູ ຈະຢຸດຕິຊົ່ວຄາວ 2 ບ້ວງມາດຕະການໂຕ້ຕອບນະໂຍບາຍພາສີອາກອນຂອງ ອາເມລິກາ ໃນເວລາ 6 ເດືອນ ພາຍຫຼັງບັນລຸໄດ້ຂໍ້ຕົກລົງກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ເມື່ອວັນທີ 27 ກໍລະກົດ ທີ່ຜ່ານມາ. ບັນດາມາດຕະການໂຕ້ຕອບຂອງ ອີຢູ ລວມມີ 2 ບ້ວງ: ບ້ວງໜຶ່ງແມ່ນແນໃສ່ອັດຕາພາສີຂອງ ອາເມລິກາ ທີ່ຈັດໃສ່ ເຫຼັກກ້າ ແລະ ອາລູນຽມ; ແລະ ບ້ວງໜຶ່ງແມ່ນແນໃສ່ນະໂຍບາຍພາສີຮາກຖານ ແລະ ພາສີຕໍ່ລົດໂອໂຕໂດຍທ່ານ Trump ປະກາດ. ແຈ້ງການຊີ້ແຈ້ງວ່າ: ອີຢູ ຈະສືບຕໍ່ສົມທົບກັບ ອາເມລິກາ ເພື່ອສ້າງຖະແຫຼງການຮ່ວມໃຫ້ສຳເລັດ, ຕາມຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 27 ກໍລະກົດ. ຕາມເປົ້າໝາຍດັ່ງກ່າວ, ຄະນະກຳມະການ ເອີລົບ ຈະປະຕິບັດບັນດາບາດກ້າວທີ່ຈຳເປັນ ເພື່ອຢຸດຕິບັນດາມາດຕະການໂຕ້ຕອບຂອງ ອີຢູ ທີ່ມີຕໍ່ ອາເມລິກາ ໃນເວລາ 6 ເດືອນ, ຊື່ງຄາດວ່າຈະມີຜົນສັກສິດນັບແຕ່ວັນທີ 7 ສິງຫາ ເປັນຕົ້ນໄປ.

This site is protected by reCAPTCHA and the Google Privacy Policy and Terms of Service apply.