ຂ່າວເດັ່ນ

ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ

ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ
(ພາບ: TTXVN)

        ຕອນທ່ຽງວັນທີ 08 ຕຸລາ, ເມື່ອໄປກວດກາສະພາບການນ້ຳແກ່ງຖ້ວມຢູ່ຕາແສງ ຟານດິ່ງຟຸງ, ແຂວງ ທາຍຫງວຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຊີ້ນຳບັນດາກະຊວງ, ຂະແໜງການສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ຍູ້ແຮງຄວາມຄືບໜ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ເປັນປົກກະຕິໃນເວລາໄວທີ່ສຸດ.

        ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳແກ່ງຖ້ວມໃນເບື້ອງຕົ້ນຢ່າງທັນການ.

        ແລະກໍ່ໃນວັນດຽວກັນ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງຜັນຂະຫຍາຍການກູ້ໄພກູ້ຊີບຢ່າງຮີບດ່ວນ ຄັ້ງທີ 1 ໃຫ້ແກ່ປະຊາຊົນບັນດາແຂວງ: ກາວບັ່ງ, ທາຍງວຽນ, ລ້າງເຊີນ ແລະ ເງະອານ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Matmo. ຍອດຈຳນວນເງິນກູ້ໄພກູ້ຊີບແມ່ນເກືອບ 65.000 USD, ລວມມີເງິນສົດ, ເຄື່ອງໃຊ້ທີ່ຈຳເປັນ. ແຫຼ່ງລາຍຈ່າຍດັ່ງກ່າວໄດ້ຫັກຈາກບັ້ນ “ຮ່ວມແຮງຮ່ວມໃຈຜ່ານຜ່ານ້ຳແກ່ງຖ້ວມ” ໂດຍສູນກາງສະພາດາແດງ ຫວຽດນາມ ປຸກລະດົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.