ຂ່າວເດັ່ນ

ອີີ​ຣານ ສືບ​ຕໍ່​ບຸກ​ໂຈມ​ຕີເຂົ້າ​ໃສ່​ບັນ​ດາ​ຮາກ​ຖານ​ທີ່​ຈຳ​ເປັນ​ຂອງ​ ອິດ​ສະ​ລາ​ແອັນ

[VOVWORLD] - ທ່ານ ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ວ່າ ກຳ​ລັງ​ ອາ​ເມ​ລິ​ກາ ​ຍັງ​ບໍ່​ທັນໄດ້ເລີ່ມ​ຕົ້ນ​ທຳ​ລາຍ​ສິ່ງ​ທີ່​ຍັງ​ເຫຼືອຂອງ ​ອີ​ຣານ ເທື່ອ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ບັນ​ດາ​ເປົ້າ​ໝາຍ​ຕໍ່​ໄປ​ອາດ​ຈະລວມ​ມີ ​ຂົວ ແລະ ລະ​ບົບ​ໄຟ​ຟ້າ.

ວັນ​ທີ 3 ເມ​ສາ, ອີ​ຣານ ເພີ່ມ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ແລະ ວັ​ດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ເລັ່ງ​ໃສ່​ ອິດ​ສະ​ລາ​ແອັນ ແລະ ຫຼາຍ​ປະ​ເທດ​ເຂດ​ອ່າວ, ໃນ​ສະ​ພາບ​ການທີ່ ​ອາ​ເມ​ລິ​ກາ ອອກ​​ກ່າວ​ເຕືອນ​ທີ່​ແຂງ​ກະ​ດ້າງກ່ຽວ​ກັບ​ຄວາມອາດ​ສາ​ມາດ​ເປີດກວ້າງ​ບັ້ນ​ການ​ທະ​ຫານ. ທ່ານ ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ວ່າ ກຳ​ລັງ​ ອາ​ເມ​ລິ​ກາ ​ຍັງ​ບໍ່​ທັນໄດ້ເລີ່ມ​ຕົ້ນ​ທຳ​ລາຍ​ສິ່ງ​ທີ່​ຍັງ​ເຫຼືອຂອງ ​ອີ​ຣານ ເທື່ອ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ບັນ​ດາ​ເປົ້າ​ໝາຍ​ຕໍ່​ໄປ​ອາດ​ຈະລວມ​ມີ ​ຂົວ ແລະ ລະ​ບົບ​ໄຟ​ຟ້າ. ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social, ທ່ານ​ຊີ້​ແຈ້ງວ່າ ບັນ​ດາແຮ້ວບຸກ​ໂຈມ​ຕີໃນ​ໄລ​ຍ​ະ​ຈະ​ມາ​ເຖິງ ​ອາດ​ຈະ​ເລັ່ງ​ໃສ່​ບັນ​ດາ​ພື້ນ​ຖານໂຄງລ່າງທີ່​ສຳ​ຄັນ​ຂອງ​ ອີ​ຣານ .

ໃນພູມີສາດ​ຕົວ​ຈິງ, ກອງ​ທັບ ​ອິດ​ສະ​ລາ​ແອັນ ໃຫ້​ຮູ້​ວ່າ ໄດ້​ພົບ​ເຫັນ​ບັ້ນ​ຍິງ​ລູກ​ສອນ​ໄຟໜຶ່ງ​ຈາກ​ ອີຣານ ເລັ່ງ​ເຂົ້າໃສ່​ດິນ​ແດນ​ປະ​ເທດ​ນີ້ ແລະ ໄດ້​ເປີດ​ບັນ​ດາ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ເພື່ອ​ສະ​ກັດ​ກັ້ນ. ສ່ວນຫຼາຍ​ເປົ້າ​ໝາຍ​ນີ້​ຖືກທຳ​ລາຍ, ເຖິງ​ຢ່າງ​ໃດ​ກໍ​ຕາມ​ລູກ​ສອນ​ໄຟ​ຈຳ​ນວນ​ໜຶ່ງ​ຍັງສ້າງຜົນ​ເສຍ​ຫາຍ​ຕໍ່​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ​ມີ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ໜຶ່ງ​ຢູ່ Tel Aviv.

This site is protected by reCAPTCHA and the Google Privacy Policy and Terms of Service apply.