ຄຳຖະແຫຼງດັ່ງກ່າວໂດຍ IRGC ປະກາດໃນຕອນຄ່ຳວັນທີ 05 ເມສາ, ພາຍຫຼັງ ທີ່ປະທານາທິບໍດີ ອາເມລິກາ Donald Trump ແຈ້ງວ່າ ໄດ້ຕໍ່ກຳນົດເວລາຕື່ມອີກ 24 ຊົ່ວໂມງເພື່ອໃຫ້ ອີຣານ ເປີດຊ່ອງແຄບທະເລ Hormuz ຄືນໃໝ່ ພຽງ 2 – 3 ຊົ່ວໂມງ. ໃນສື່ສັງຄົມ X, ກອງບັນຊາການກອງທັບເຮືອ IRGC ຊີ້ແຈ້ງວ່າ ຊ່ອງແຄບທະເລ Hormuz ຈະບໍ່ສາມາດກັບຄືນສູ່ສະພາບເດີມຢ່າງແນ່ນອນ, ພິເສດແມ່ນສຳລັບ ອາເມລິກາ ແລະ ອິດສະຣາແອັນ. ກອງທັບເຮືອ IRGC ພວມກະກຽມໃຫ້ແກ່ການປະກາດແຜນການຂອງອຳນາດການປົກຄອງ ອີຣານ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃໝ່ຢູ່ເຂດອ່າວ ເປີເຊຍ.
ການກະທຳດັ່ງກ່າວຂອງ ອີຣານ ເຮັດໃຫ້ແຫຼງສະໜອງພະລັງງານທົ່ວໂລກເຄັງຕຶງຂຶ້ນ, ເຮັດໃຫ້ລາຄາເຊື້ອເພີງເພີ່ມຂຶ້ນສູງ, ກໍ່ຄວາມກົດດັນຢ່າງແຮງຕໍ່ບັນດາພື້ນຖານເສດຖະກິດໃນທົ່ວໂລກ.






