ຂ່າວເດັ່ນ

ອີຣານ ແຈ້ງຂໍ້ມູນເນື້ອໃນການປຶກສາຫາລືກັບ ອາເມລິກາ ຢູ່ Oman

ອີຣານ ແຈ້ງຂໍ້ມູນເນື້ອໃນການປຶກສາຫາລືກັບ ອາເມລິກາ ຢູ່ Oman

(VOVWORLD) - ບັນດາການເຈລະຈາທາງອ້ອມຢູ່ Oman ແມ່ນ “ມີປະສິດທິຜົນ” ແລະ “ບາດກ້າວທີ່ດີ”.

ໂຄສົກກະຊວງການຕ່າງປະເທດ ອີຣານ Ismail Baghaei
(ພາບ: IRNA/TTXVN)

ວັນທີ 13 ເມສາ, ໂຄສົກກະຊວງການຕ່າງປະເທດ ອີຣານ Ismail Baghaei, ໃຫ້ຮູ້ວ່າ ໃນການເຈລະຈາທາງອ້ອມຄັ້ງທຳອິດຢູ່ Oman ຂອງຄະນະຜູ້ແທນ ເຕເຮຣາ ແລະ ວໍຊິງຕັນ ພຽງແຕ່ສຸມໃສ່ປຶກສາຫາລືກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ແລະ ການຜ່ອນຜັນຄຳສັ່ງລົງໂທດຂອງ ອາເມລິກາ.

ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CBS ໃນວັນທີ 13 ເມສາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth ກໍ່ໃຫ້ຂໍ້ສັງເກດວ່າ, ບັນດາການເຈລະຈາທາງອ້ອມຢູ່ Oman ແມ່ນ “ມີປະສິດທິຜົນ” ແລະ “ບາດກ້າວທີ່ດີ”. ທ່ານຢືນຢັນຄືນໃໝ່ວ່າ ວໍຊິງຕັນ ຫວັງວ່າມາດຕະການດ້ານການທູດສາມາດຈຳກັດ ອີຣານ ພັດທະນາອາວຸດນິວເຄຼຍ, ແຕ່ການກ່າວເຕືອນນັ້ນຖືກປະລາໄຊ ກອງທັບ ອາເມລິກາ ພ້ອມແລ້ວທີ່ຈະ “ແຊກແຊງຢ່າງເລິກເຊິ່ງ” ເພື່ອສະກັດກັັນ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ຕີລາຄາວ່າ ບັນຍາກາດຂອງການເຈລະຈາທີ່ຫາກໍ່ຈັດຂຶ້ນຢູ່ Oman ແມ່ນ “ມີລັກສະນະສ້າງສັນ ແລະ ທຸ່ນທ່ຽງ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.