ຂ່າວເດັ່ນ

ອີຣານ ແລະ ອິດສະຣາແອັນ ບຸກໂຈມຕີໃສ່ບັນດາຮາກຖານນິວເຄຼຍຂອງກັນ

ອີຣານ ແລະ ອິດສະຣາແອັນ ບຸກໂຈມຕີໃສ່ບັນດາຮາກຖານນິວເຄຼຍຂອງກັນ

(VOVWORLD) - ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກບຸກໂຈມຕີເຂົ້າບັນດາເປົ້າໝາຍຍຸດທະສາດຢູ່ ອິດສະຣາແອັນ

ອີຣານ ຖະແຫຼງບຸກໂຈມຕີຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ
(ພາບປະກອບ: REUTERS/Ronen Zvulun)

ວັນທີ 21 ມີນາ, ມື້ທີ 22 ຂອງການປະທະກັນຢູ່ ຕາເວັນອອກກາງ, ບັນດາຮາກຖານນິວເຄຼຍຍຸດທະສາດທັງຢູ່ ອີຣານ ແລະ ອິດສະຣາແອັນ ໄດ້ກາຍເປັນເປົ້າໝາຍຂອງການບຸກໂຈມຕີ.

ສື່ມວນຊົນແຫ່ງລັດ ອີຣານ ໃຫ້ຮູ້ວ່າ ໃນວັນທີ 21 ມີນາ, ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກບຸກໂຈມຕີເຂົ້າບັນດາເປົ້າໝາຍຍຸດທະສາດຢູ່ ອິດສະຣາແອັນ, ໃນນັ້ນມີຮາກຖານນິວເຄຼຍ Dimona ທາງທິດໃຕ້ ອິດສະຣາແອັນ. ນີ້ແມ່ນຄັ້ງທຳອິດນັບແຕ່ເກີດການປະທະກັນ, ອີຣານ ຖະແຫຼງບຸກໂຈມຕີຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ. ການກະທຳດັ່ງກ່າວເພື່ອໂຕ້ຕອບເລື່ອງ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີຮາກຖານເສີມທາດອູຣານີ ຢູ່ Natanz, ທາງພາກກາງ ອີຣານ ໃນຕອນເຊົ້າຂອງວັນດຽວກັນ.

ສ່ວນກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ໃນຕອນຄ່ຳວັນທີ 21 ມີນາ ມີລູກສອນໄຟນຳວິຖີລູກໜຶ່ງຂອງ ອີຣານ ໄດ້ທະລຸລະບົບປ້ອງກັນອາກາດ ແລະ ຍິງຖືກບໍລິເວນທີ່ພົນລະເມືອງອາໄສຢູ່ນະຄອນ Dimona, ບ່ອນຕັ້ງຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ. ການບຸກໂຈມຕີເຮັດໃຫ້ກວ່າ 30 ຄົນຮັບບາດເຈັບ ແລະ ສ້າງຄວາມເສຍຫາຍດ້ານວັດຖຸໃນວົງກວ້າງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.