ຂ່າວເດັ່ນ

ອີຣານ ມານະພະຍາຍາມສະກັດກັ້ນການຟື້ນຟູບັນດາຄຳສັ່ງລົງໂທດຂອງ ສປຊ

ອີຣານ ມານະພະຍາຍາມສະກັດກັ້ນການຟື້ນຟູບັນດາຄຳສັ່ງລົງໂທດຂອງ ສປຊ

(VOVWORLD) - ວັນທີ 26 ສິງຫາ, ກະຊວງການຕ່າງປະເທດ ອີຣານ ຢັ້ງຢືນວ່າ ຮັບຮູ້ໄດ້ບັນດາຜົນຕາມມາທີ່ຫຍໍ້ທໍ້ຂອງການຟື້ນຟູບັນດາຄຳສັ່ງລົງໂທດຂອງ ສປຊ ຕາມກົນໄກຟື້ນຟູຄຳສັ່ງລົງໂທດ ແລະ ພວມມານະພະຍາຍາມສະກັດກັ້ນສິ່ງດັ່ງກ່າວ.

ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ຢັ້ງຢືນວ່າ ເຕເຮຣານ ມີ “ບັນດາຄວາມມານະພະຍາຍາມຫຼາຍພໍສົມຄວນ” ເພື່ອສະກັດກັ້ນການກະທຳດັ່ງກ່າວ, ດ້ວຍຂໍ້ອ້າງຮອບເຈລະຈາພວມດຳເນີນກັບກຸ່ມ E3 ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ປີ 2015, ລວມມີ ຝລັ່ງ, ອັງກິດ ແລະ ເຢຍລະມັນດ ຢູ່ ເຊີແນວ (ສະວິດ) ແລະ ດຳເນີນການປຶກສາຫາລືກັບບັນດາປະເທດກຳມະການອື່ນຂອງສະພາຄວາມໝັ້ນຄົງ ສປຊ. ທ່ານ Esmaeil Baghaei   ກໍໃຫ້ຮູ້ວ່າ    ເຕເຣຣານ “ໄດ້ຕົກລົງວ່າ ບັນດາການພົບປະລະຫວ່າງສອງຝ່າຍຈະສືບຕໍ່ໃນຊຸມວັນຈະມາເຖິງ”.

        ບັນດາການປຶກສາຫາລືໄດ້ສຸມໃສ່ການຍົກເລີກບັນດາຄຳສັ່ງລົງໂທດ ແລະ ອະນາຄົດຂອງມະຕິສະບັບເລກທີ 2231, ເຊິ່ງເຄີຍສະໜັບສະໜູນຂໍ້ຕົກລົງນິວເຄຼຍ 2015.

This site is protected by reCAPTCHA and the Google Privacy Policy and Terms of Service apply.