ຂ່າວເດັ່ນ

ອີຣານ ປະຕິເສດເລ່ືອງຢຸດຕິຊົ່ວຄາວການເສີມທາດ ຢູຣານຽມ

ອີຣານ ປະຕິເສດເລ່ືອງຢຸດຕິຊົ່ວຄາວການເສີມທາດ ຢູຣານຽມ

(VOVWORLD) -ໃນການຖະແຫລງຂ່າວຈັດຂຶ້ນໃນວັນທີ 26 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ອີຣານ Esmail Baghaei ໄດ້ປະຕິເສດຂ່າວຄາວກ່ຽວກັບການຢຸດຕິຊົ່ວຄາວເລື່ອງເສີມທາດຢູຣານຽມ ເພື່ອຮັບປະກັນຂໍ້ຕົກລົງນິວເຄຼຍ ກັບ ອາເມລິກາ.

ສະຖານທີ່ເສີມທາດ  ຢູຣານຽມ ແຫ່ງໜຶ່ງຢູ່ອີຣານ (ພາບ: REUTERS/Caren Firouz)

ທ່ານໂຄສົກ Esmail Baghaei  ກໍ່ຊີ້ແຈງວ່າ ປະເທດນີ້ ຈະບໍ່ຍອມຮັບເລື່ອງຢຸດຕິການເຄື່ອນໄຫວເສີມທາດ ຢູຣານຽມ ໃນໄລຍະ 3 ປີ ເພື່ອບັນລຸຂໍ້ຕົກລົງກັບ ອາເມລິກາ. ເມື່ອເຕື້ອງເຖິງວິວັດການເຈລະຈາ, ທ່ານ Baghaei  ໃຫ້ຮູ້ວ່າ: ອີຣານ ພວມລໍຄອຍຂໍ້ມູນລະອຽດຕື່ມອີກຈາກນັກຜູ້ເປັນກາງໄກ່ເກ່ຍ Oman ກ່ຽວກັບເວລາດຳເນີນຮອບເຈລະຈາຕໍ່ໄປ. ທ່ານກໍ່ສະແດງຄວາມຫວັງຕໍ່ເຈດຕະນາດີ ຈາກ ຝ່າຍ ອາເມລິກາ ແຕ່ເນັ້ນຫນັກວ່າ ຈະບໍ່ຍອມຮັບໝາກຜົນການເຈລະຈາທີ່ພາໄປເຖິງການຈຳກັດບັນດາສິດຂອງປະເທດ ສ ອິດສະລາມ.

ໃນບົດກ່າວປາໄສໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກໍ່ສະແດງຫລັກໝັ້ນແຂງກະດ້າງຂອງ ເຕເຮຣານ ໂດຍເນັ້ນຫນັກວ່າ ເຖິງວ່າ ບໍ່ບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ ຫລື ປະເຊີນຫນ້າກັບບັນດາຄຳສັ່ງລົງໂທດຈາກ ວໍຊິງຕັນ ກໍຕາມ ແຕ່ເຕເຮຣານ ຍັງຄົງຈະຊອກວິທີການເພື່ອຄົງຕົວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.