ຂ່າວເດັ່ນ

ອີຣານ ປະຕິເສດຂໍ້ສະເໜີຢຸດຍິງ 48 ຊົ່ວໂມງຈາກ ອາເມລິກາ

[VOVWORLD] - ເຖິງຢ່າງໃດກໍ່ຕາມ, ແທນທີ່ມີປະຕິກິລິຍາຕອບກັບຢ່າງເປັນທາງການ, ອີຣານ ໄດ້ສະແດງຫຼັກໝັ້ນດ້ວຍເລື່ອງສືບຕໍ່ດຳເນີນບັນດາການເຄື່ອນໄຫວດ້ານການທະຫານ.

        ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ສືບ​ຕໍ່​ເພີ່ມ​ຂຶ້ນ ເມື່ອ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ, ໃນ​ສະ​ພາບ​ການ​ປະ​ທະ​ກັນ​ໃນ​ຕົວ​ຈິງແມ່ນ​ເພີ່ມ​ຂຶ້ນ ແລະ 2 ຝ່າຍໄດ້​ຮັບ​ຮ​ູ້​ຄວາມ​ເສຍ​ຫາຍທາງການທະຫານເພີ່ມຂຶ້ນ​ຕື່ມອີກ. ຕາມ​ສຳ​ນັກ​ຂ​່​າວ​ສານ Fars, ອີ​ຣານ ໄດ້​ປະ​ຕິ​ເສດ​ຄຳ​ສັ່ງ​ຢຸດ​ຍິງ​ທີ່ແກ່​ຍາວ​ເປັນ​ເວ​ລາ 48 ຊົ່ວ​ໂມງ ໂດຍ ອາ​ເມ​ລິ​ກາ ຍົກ​ອອກກ​ມາ. ຂໍ້​ສະ​ເໜີ​ດັ່ງ​ກ່າວໂດຍ ວໍ​ຊິງ​ຕັນ ສົ່ງ​ເຖິງ ເຕ​ເຮ​ຣານ ຜ່ານ​ປະ​ເທດ “ເປັນ​ມິດ” ໜຶ່ງ ໃນ​ວັນ​ທີ 02 ເມ​ສາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ແທນ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ຕອບກັບຢ່າງ​ເປັນ​ທາງ​ການ, ອີ​ຣານ ໄດ້ສະ​ແດງ​ຫຼັກ​ໝັ້ນ​ດ້ວຍ​ເລື່ອງ​ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ. ມີ​ການ​ຕີ​ລາ​ຄາ​ຈຳ​ນວນ​ໜຶ່ງ​ໄດ້​ຖື​ວ່າ ຂໍ້​ສະ​ເໜີ​ຢຸດຍ​ິງ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ວິ​ກິດ​ການ​ຄວາມເຄັ່ງຕຶງເພີ່ມ​ຂຶ້ນ ແລະ ອາ​ເມ​ລິ​ກາ ພ​ວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ບັນ​ຫາ​ຮ້າຍ​ແຮງ​ຍ້ອນ “ການ​ຄິດ​ໄລ່ທີ່​ຜິດ​ພາດ” ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ຂອງ ອີ​ຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.