ຂ່າວເດັ່ນ

ອີຊີ ຮັບຮູ້ບາດກ້າວຄືບໜ້າໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ

ອີຊີ ຮັບຮູ້ບາດກ້າວຄືບໜ້າໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ

(VOVWORLD) - ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໝວດມາດຕະການແກ້ໄຂ, ໃນນັ້ນມີການປັບໄໝຢ່າງເຄັ່ງຂັດ, ຟ້ອງສານຕໍ່ກັບບັນດາກໍລະນີລະເມີດເຂດທະເລຕ່າງປະເທດ ແລະ ຂຸດຄົ້ນຢ່າງຜິດກົດໝາຍ.

(ທີ່ການຕ້ອນຮັບ)

        ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ), ໂດຍທ່ານ Fernando Andresen Guimaraes, ຫົວໜ້າກົມຄຸ້ມຄອງມະຫາສະມຸດສາກົນ ແລະ ອາຊີບຫາປາແບບຍືນຍົງ, ເປັນຫົວໜ້າຄະນະ ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ເລື່ອງຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ບໍ່ພຽງແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຂອງການສົ່ງອອກເທົ່ານັ້ນ, ຫາກສຳຄັນກວ່າແມ່ນຢືນຢັນກຽດສັກສີຂອງຊາດອີກດ້ວຍ. ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໝວດມາດຕະການແກ້ໄຂ, ໃນນັ້ນມີການປັບໄໝຢ່າງເຄັ່ງຂັດ, ຟ້ອງສານຕໍ່ກັບບັນດາກໍລະນີລະເມີດເຂດທະເລຕ່າງປະເທດ ແລະ ຂຸດຄົ້ນຢ່າງຜິດກົດໝາຍ.

        ສ່ວນທ່ານ Fernando Andresen Guimaraes ຕີລາຄາສູງຄຳໝັ້ນສັນຍາຢ່າງແຮງ ແລະ ບັນດາຄວາມຄືບໜ້າທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ. ພິເສດແມ່ນວຽກງານຄົ້ນຫາຕົ້ນກຳເນີດສິນທະເລໄດ້ມີບາດກ້າວປົວແປງຫຼາຍພໍສົມຄວນ ເພື່ອຮັບປະກັນໃຫ້ສິນຄ້າທີ່ສົ່ງໄປສະຫະພາບເອີລົບ ຖືກຕ້ອງຕາມກົດໝາຍ. ທ່ານຖືວ່າ ຫວຽດນາມ ພວມໄປຖືກທິດ ແລະ ໃຫ້ຮູ້ວ່າ ອີຊີ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ໜູນຊ່ວຍດ້ານເຕັກນິກເພື່ອໃຫ້ ຫວຽດນາມ ບັນລຸເປົ້າໝາຍຄຸ້ມຄອງອາຊີບຫາປາແບບຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.