ຂ່າວເດັ່ນ

ອີຢິບ ສືບຕໍ່ຂົນສົ່ງເຄື່ອງຊ່ວຍເຫຼືອເກືອບ 7.500 ໂຕນໄປ ກາຊາ

ອີຢິບ ສືບຕໍ່ຂົນສົ່ງເຄື່ອງຊ່ວຍເຫຼືອເກືອບ 7.500 ໂຕນໄປ ກາຊາ

(VOVWORLD) - ນີ້ແມ່ນເຄື່ອງຊ່ວຍເຫຼືອງວດທີ 125, ລວມມີ: ທັນຍາຫານກວ່າ 3.500 ໂຕນ, ຢຸກຢາກ ແລະ ເຄື່ອງອຸປະກອນການແພດເກືອບ 2.300 ໂຕນ

(ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນ)

        ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍໂດຍດ່ວນໃຫ້ແກ່ປະຊາຊົນ ກາຊາ, ວັນທີ 27 ມັງກອນ, ອົງການຊີກວົງເດືອນແດງສາກົນ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງ ກາຊາ ຕື່ມອີກ ລວມມີບັນດາເຄື່ອງຂອງທີ່ຈຳເປັນເກືອບ 7.500 ໂຕນ .

        ນີ້ແມ່ນເຄື່ອງຊ່ວຍເຫຼືອງວດທີ 125, ລວມມີ: ທັນຍາຫານກວ່າ 3.500 ໂຕນ, ຢຸກຢາກ ແລະ ເຄື່ອງອຸປະກອນການແພດເກືອບ 2.300 ໂຕນ, ພ້ອມກັນນັ້ນກໍ່ແມ່ນເຊື້ອເພີງ, ນ້ຳນົມສຳລັບເດັກ, ຜ້າຫົ່ມ, ຕູບ ແລະ ເຄື່ອງນຸ່ງ, ເຄື່ອງໃຊ້ໃນລະດູໜາວ.

        ປະຈຸບັນ, ອີຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ກາຊາ ໃນໄລຍະເກີດສົງຄາມເປັນເວລາກວ່າ 2 ປີຜ່ານມາ. ຕາມນັ້ນແລ້ວ, ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.