ຂ່າວເດັ່ນ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

(VOVWORLD) - ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.

ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມ
(ພາບ: REUTERS/Cesar Olmedo)

ວັນທີ 17 ມັງກອນ, ຢູ່ ປາຣາກວາຍ, ສະຫະພາບ ເອີລົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ Ursula von der Leyen, ປະທານ ອີຊີ ຖືວ່າ ໃນສະພາບການໂລກທີ່ພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ ແລະ ທ່າອ່ຽງແບ່ງແຍກເພີ່ມຂຶ້ນ, ຂໍ້ຕົກລົງນີ້ສະແດງໃຫ້ເຫັນຍຸດທະສາດຂອງ ອີຢູ ແລະ Mercosur ໃນການເພີ່ມທະວີການຮ່ວມມື, ປັບປຸງລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ. ທາງດ້ານເສດຖະກິດ, ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.