ຂ່າວເດັ່ນ

ອີຢູ ຂຶ້ນແຜນອຸປະຈຳຈຳນວນເງິນ 105 ຕື້ USD ໃຫ້ແກ່ ຢູແກຼນ ໃນຮອບເວລາ 2 ປີຈະມາເຖິງ

ອີຢູ ຂຶ້ນແຜນອຸປະຈຳຈຳນວນເງິນ 105 ຕື້ USD ໃຫ້ແກ່ ຢູແກຼນ ໃນຮອບເວລາ 2 ປີຈະມາເຖິງ

(VOVWORLD) - ອີຊີ ໃຫ້ບຸລິມະສິດແຜນການ “ບ້ວງເງິນກູ້ຢືມຊົດເຊີຍ” ອີງໃສ່ຊັບສິນແຫ່ງລັດຂອງ ລັດເຊຍ ທີ່ພວມຖືກອາຍັດຢູ່ ເອີລົບ ຍ້ອນການປະທະກັນຢູ່ ຢູແກຼນ.

        ວັນທີ 03 ທັນວາ, ຄະນະກຳມະການເອີລົບ (ອີຊີ) ໄດ້ສະເໜີແຜນການອຸປະຖຳເງິນຈຳນວນ 105 ຕື້ USD ໃຫ້ແກ່ ຢູແກຼນ ໃນຮອບເວລາ 2 ປີຈະມາເຖິງ, ລວມມີຊັບສິນຂອງ ລັດເຊຍ ທີ່ຖືກອາຍັດ ແລະ ບ້ວງເງິນກູ້ຢືມສາກົນ. ອີຊີ ໃຫ້ບຸລິມະສິດແຜນການ “ບ້ວງເງິນກູ້ຢືມຊົດເຊີຍ” ອີງໃສ່ຊັບສິນແຫ່ງລັດຂອງ ລັດເຊຍ ທີ່ພວມຖືກອາຍັດຢູ່ ເອີລົບ ຍ້ອນການປະທະກັນຢູ່ ຢູແກຼນ.

        ຕາມທ່ານນາງ Ursula von der Leyen, ປະທານ ອີຊີ ແລ້ວ ຂໍ້ສະເໜີດັ່ງກ່າວໄດ້ຄິດໄລ່ເຖິງເກືອບທັງໝົດຄວາມວິຕົກກັງວົນຂອງ ແບນຊິກ ທີ່ວ່າ ແຜນການນີ້ອາດຈະເກີດຄວາມສ່ຽງດ້ານນິຕິກຳ ແລະ ການເງິນ ຖ້າ ລັດເຊຍ ຍື່ນໃບຮ້ອງຟ້ອງຝ່າຍດຽວ. ແຜນການທີ່ຍັງເຫຼືອຈະແມ່ນບ້ວງເງິນກູ້ຢືມ ໂດຍອີງໃສ່ງົບປະມານຂອງ ອີຢູ ແລະ ຕ້ອງໄດ້ຮັບຄວາມເຫັນດີຂອງທັງໝົດ 27 ປະເທດ. ເຖິງຢ່າງໃດກໍ່ຕາມ, ແຜນການນີ້ຍາກທີ່ຈະປະຕິບັດໄດ້ ເມື່ອລັດຖະບານ ຮຸງກາຣີ ໄດ້ຄັດຄ້ານບັນດາບ້ວງເງິນໜູນຊ່ວຍຂອງ ເອີລົບ ທີ່ສະຫງວນໃຫ້ ຢູແກຼນ ເປັນຫຼາຍຄັ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.