ວັນທີ 26 ພະຈິກ, ກອງທຶນເງິນຕາສາກົນ (IMF) ໄດ້ແຈ້ງວ່າສາມາດບັນລຸໄດ້ຂໍ້ຕົກລົງຂັ້ນພະນັກງານກັບ ຢູແກຼນ ກ່ຽວກັບໂຄງການໜູນຊ່ວຍໃໝ່ ມີມູນຄ່າ 8,2 ຕື້ USD ທີ່ແກ່ຍາວເປັນເວລາ 4 ປີ, ໃນສະພາບການ ຢູແກຼນ ປະເຊີນໜ້າກັບຄວາມກົດດັນປີການເງິນທີ່ນັບມື້ນັບໜັກຂຶ້ນ ຍ້ອນການປະທະກັນ. ຂໍ້ຕົກລົງສະບັບໃໝ່ຈະແທນທີ່ບ້ວງໜູນຊ່ວຍເປີດກວ້າງ (EFF) ທີ່ມີມູນຄ່າ 15,6 ຕື້ USD, ໂດຍໄດ້ຮັບການຮັບຮອງເອົາໃນປີ 2023, ເຊິ່ງໄດ້ອີງຕາມສົມມຸດຖານການປະທະກັນຈະສິ້ນສຸດໃນທ້າຍປີ 2025 - ສິ່ງທີ່ປັດຈຸບັນແມ່ນບໍ່ເໝາະສົມອີກ. ທ່ານ Gavin Gray ຫົວໜ້າຄະນະປະຕິບັດງານຂອງ IMF ປະຈຳ ຢູແກຼນ ໃຫ້ຮູ້ວ່າ ໂຄງການໃໝ່ນີ້ເພື່ອແນໃສ່ຊ່ວຍ ກີແອັບ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງການເງິນພາກລັດ. ໂຄງການຈະຍື່ນສະເໜີຕໍ່ສະພາບໍລິຫານ IMF, ພາຍຫຼັງ ກີແອັບ ປະຕິບັດສຳເລັດບັນດາຄວາມຮຽກຮ້ອງຕ້ອງການເຊິ່ງ IMF ໄດ້ຍົກອອກມາ ແລະ ເມື່ອມີຄຳໝັ້ນສັນຍາອຸປະຖຳຢ່າງຄົບຖ້ວນ ຈາກບັນດາຄູ່ຮວມມືສາກົນ.
IMF ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກັບ ຢູແກຼນ ກ່ຽວກັບໂຄງການໜູນຊ່ວຍໃໝ່
IMF ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກັບ ຢູແກຼນ ກ່ຽວກັບໂຄງການໜູນຊ່ວຍໃໝ່
(VOVWORLD) - ທ່ານ Gavin Gray ຫົວໜ້າຄະນະປະຕິບັດງານຂອງ IMF ປະຈຳ ຢູແກຼນ ໃຫ້ຮູ້ວ່າ ໂຄງການໃໝ່ນີ້ເພື່ອແນໃສ່ຊ່ວຍ ກີແອັບ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງການເງິນພາກລັດ.






