ຂ່າວເດັ່ນ

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ເຕີບ​ໂຕ​ຂອງ ຈີນ ຂຶ້ນ

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ເຕີບ​ໂຕ​ຂອງ ຈີນ ຂຶ້ນ

(VOVWORLD) - ວັນທີ 10 ທັນວາ, ກອງທຶນເງິນຕາສາກົນ (IMF) ໄດ້ຍົກລະດັບຄາດຄະເນອັດຕາການເຕີບໂຕປີ 2025 ຂອງ ຈີນ ແຕ່ 4,8% ຂຶ້ນເປັນ 5%, ພ້ອມທັງຮຽກຮ້ອງໃຫ້ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ຍູ້ໄວການປະຕິຮູບໂຄງປະກອບ ແລະ ຫັນປ່ຽນຮູບແບບ.

ທ່ານນາງ Kristallina Georgieva ຜູ້ອຳນວຍການ IMF (ພາບ: REUTERS/Tingshu Wang)

ຕາມຜູ້ອຳນວຍການ IMF, ທ່ານນາງ Kristallina Georgieva ແລ້ວ, IMF ຄາດຄະເນອັດຕາເຕີບໂຕຂອງ ຈີນ ໃນປີນີ້ ຈະບັນລຸ 5%, ໃນນັ້ນ ການສົ່ງອອກສຸດທິປະກອບເຖິງ 1,1% ໃນອັດຕາການເຕີບໂຕທັງໝົດ. IMF ກໍໃຫ້ຮູ້ຕື່ມອີກວ່າ ພື້ນຖານເສດຖະກິດ 19.000 ຕື້ USD ນີ້ ພວມຢູ່ໃນທ່າປະກອບສ່ວນເຖິງ 30% ເຂົ້າໃນການເຕີບໂຕທົ່ວໂລກໃນປີນີ້. IMF ກໍຍົກລະດັບການເຕີບໂຕຂອງພື້ນຖານເສດຖະກິດ ຈີນ ໃນປີໜ້າຂຶ້ນເຖິງ 4,5%, ສູງກວ່າ 0,3% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

ໃນກອງປະຊຸມສະຫຼບ, ທ່ານນາງ Georgieva ກໍຮຽກຮ້ອງໃຫ້ ຈີນ ຍົກອອກ “ການເລືອກເຟັ້ນຢ່າງກ້າຫານ” ນັ້ນແມ່ນຍູ້ແຮງການປະຕິຮູບໂຄງປະກອບ ແນໃສ່ຫັນປ່ຽນໄປສູ່ຮູບແບບອີງໃສ່ການບໍລິໂພກ ແລະ ຈຳກັດການເອື່ອຍອີງເຂົ້າການສົ່ງອອກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.