ຂ່າວເດັ່ນ

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ໃນສະບັບອັດເດດ “ແງ່ຫວັງເສດຖະກິດໂລກ” ທີ່ໄດ້ປະກາດໃນວັນທີ 19 ມັງກອນ, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າເສດຖະກິດທົ່ວໂລກຈະບັນລຸລະດັບເຕີບໂຕ 3,3% ໃນປີ 2026, ໝາຍຄວາມວ່າເພີ່ມຂຶ້ນ 0,2 ຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ຕຸລາ ປີ 2025.

Logo ຂອງກອງທຶນເງິນຕາສາກົນ IMF  (ພາບ: REUTERS/Benoit Tessier)

 IMF ກໍຮັກສາການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກໃຫ້ແກ່ປີ 2027 ແມ່ນ 3,2%, ບໍ່ມີການປ່ຽນແປງເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ. ອົງການຈັດຕັ້ງດັ່ງກ່າວ ໄດ້ດັດປັບລະດັບເຕີບໂຕທົ່ວໂລກນັບແຕ່ເດືອນ ກໍລະກົດ ປີ 2025 ພາຍຫຼັງບັນດາຂໍ້ຕົກລົງດ້ານການຄ້າລະຫວ່າງປະເທດຕ່າງໆກັບ ອາເມລິກາ ເຮັດໃຫ້ກຳລັງດັນດ້ານພາສີຫຼຸດລົງເມື່ອທຽບໃສ່ລະດັບສູງສຸດໃນເດືອນ ເມສາ 2025. ໃນຂະນະທີ່ໄພເງິນເຟີ້ທົ່ວໂລກຄາດວ່າຈະສືບຕໍ່ຫຼຸດລົງ, ຈາກ 4,1% ໃນປີ 2025 ລົງເຫຼືອ 3,8% ໃນປີ 2026 ແລະ 3,4% ໃນປີ 2027.

ອົງການ IMF ຄາດຄະເນວ່າ ລະດັບເຕີບໂຕເສດຖະກິດຂອງ ອາເມລິກາ ໃນປີ 2026 ຈະບັນລຸ 2,4%, ສ່ວນໜຶ່ງແມ່ນຍ້ອນມີການເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງປັນຍາປະດິດ (AI) ຢ່າງແຮງ. ແຕ່ເຖິງຢ່າງໃດກໍຕາມ, IMF ຫຼຸດລະດັບຄາດຄະເນອັດຕາເຕີບໂຕຂອງ ອາເມລິກາ ໃນປີ 2027 ລົງເຫຼືອພຽງ 2,0%. ສຳລັບ ຈີນ, IMF ຄາດຄະວ່າ ປະເທດນີ້ຈະບັນລຸລະດັບເຕີບໂຕ 4,5% ໃນປີ 2026.

This site is protected by reCAPTCHA and the Google Privacy Policy and Terms of Service apply.