ຂ່າວເດັ່ນ

ອິນ​ເດຍ ແລະ ອາ​ຊຽນ ຈັດ​ການ​ປະ​ຊຸມ​ເພື່ອ​ຕີ​ລາ​ຄາ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ​ສອງ​ຝ່າຍ

ອິນ​ເດຍ ແລະ ອາ​ຊຽນ ຈັດ​ການ​ປະ​ຊຸມ​ເພື່ອ​ຕີ​ລາ​ຄາ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ​ສອງ​ຝ່າຍ

(VOVWORLD) - 5 ໃນຈຳນວນ 8 ອະນຸກຳມະການ ຂຶ້ນກັບຄະນະກຳມະການປະສົມກ່ຽວກັບ ການຄ້າສິນຄ້າລະຫວ່າງ ອິນເດຍ ແລະ ອາຊຽນ (AITIGA) ກໍ່ໄດ້ດຳເນີນການປະຊຸມຄັ້ງຕ່າງໆຢູ່ນອກກອງປະຊຸມຄັ້ງທີ 8.

    ກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບ ການຄ້າສິນຄ້າລະຫວ່າງ ອິນເດຍ ແລະ ອາຊຽນ (AITIGA) ໄດ້ຈັດຂຶ້ນແຕ່ວັນທີ 7-11 ເມສາ ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ. ແຈ້ງການຂອງກະຊວງອຸດສາຫະກຳ ການຄ້າ ອິນເດຍ ໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ ເພື່ອແນໃສ່ຊຸກຍູ້ວິວັດການສຳຫຼວດກວດກາ, ຕີລາຄາບັນດາເນື້ອໃນຂອງສັນຍາສະບັບນີ້, ເພື່ອແນໃສ່ຫັນຂໍ້ຕົກລົງເປັນທັນສະໄໝ. ມຸ່ງໄປເຖິງການບັນລຸປະສິດທິຜົນກ່ວາ, ສະໜິດສະໜົມ ແລະ ສະດວກກ່ວາໃຫ້ແກ່ການຄ້າ. ໃນໂອກາດນີ້, 5 ໃນຈຳນວນ 8 ອະນຸກຳມະການ ຂຶ້ນກັບຄະນະກຳມະການປະສົມກ່ຽວກັບ ການຄ້າສິນຄ້າລະຫວ່າງ ອິນເດຍ ແລະ ອາຊຽນ (AITIGA) ກໍ່ໄດ້ດຳເນີນການປະຊຸມຄັ້ງຕ່າງໆຢູ່ນອກກອງປະຊຸມຄັ້ງທີ 8.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.