ຂ່າວເດັ່ນ

ອິນ​ເດຍ ແລະ ປາ​ກິດ​ສະ​ຖານ​ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ແລະ ລູກ​ສອນ​ໄຟ​ບຸກ​ໂຈມ​ຕີທາງ​ອາ​ກາດ​ຂອງ​ກັນ

ອິນ​ເດຍ ແລະ ປາ​ກິດ​ສະ​ຖານ​ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ແລະ ລູກ​ສອນ​ໄຟ​ບຸກ​ໂຈມ​ຕີທາງ​ອາ​ກາດ​ຂອງ​ກັນ

(VOVWORLD) - ກະຊວງປ້ອງກັນປະເທດອິນເດຍ ໃຫ້ຮູ້ວ່າ ລະບົບປ້ອງກັນຕົວໄດ້ສະກັດກັ້ນຫຼາຍຄັ້ງບຸກໂຈມຕີດ້ວຍ UAV ແລະ ລູກສອນໄຟຂອງ ປາກິດສະຖານ ເລັ່ງໃສ່ບັນດາຮາກຖານການທະຫານຢູ່ທາງທິດເໜືອ ແລະ ທາງທິດຕາເວັນຕົກ ຂອງປະເທດນີ້ໃນຕອນຄ່ຳວັນທີ 7 ແລະ ວັນ 8 ພຶດສະພາ.

ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ອິນເດຍ ແລະ ປາກິດສະຖານສືບຕໍ່ ເພີ່ມຂຶ້ນເມື່ອສອງປະເທດກຳມະສິດອາວຸດນິວເຄຼຍນີ້ກ່າວຫາເຊິ່ງກັນແລະກັນ ວ່າທີ່ດຳເນີນບັນດາເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV) ແລະ ລູກສອນໄຟ ທີ່ເລັ່ງໃສ່ບັນດາເປົ້າໝາຍຢູ່ພາຍໃນດິນແດນຂອງກັນ ເມື່ອວັນທີ 8 ພຶດສະພາ. ລະອຽດແມ່ນ, ຕາມກະຊວງປ້ອງກັນປະເທດ ປາກິດສະຖານແລ້ວ, ໄລ່ຮອດຕອນບ່າຍວັນທີ 8 ພຶດສະພາ, ກຳລັງປະເທດນີ້ ໄດ້ຍິງ UAV ຕົກ 25 ລຳທີ່ມາຈາກອິນເດຍ. ສ່ວນ ກະຊວງປ້ອງກັນປະເທດອິນເດຍ ໃຫ້ຮູ້ວ່າ ລະບົບປ້ອງກັນຕົວໄດ້ສະກັດກັ້ນຫຼາຍຄັ້ງບຸກໂຈມຕີດ້ວຍ UAV ແລະ ລູກສອນໄຟຂອງ ປາກິດສະຖານ ເລັ່ງໃສ່ບັນດາຮາກຖານການທະຫານຢູ່ທາງທິດເໜືອ ແລະ ທາງທິດຕາເວັນຕົກ ຂອງປະເທດນີ້ໃນຕອນຄ່ຳວັນທີ 7  ແລະ ວັນ 8 ພຶດສະພາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.