ຂ່າວເດັ່ນ

ອິນ​ເດຍ: ເກີດ​ເຫດ​ຢຽບ​ກັນ​ຢູ່​ສະ​ຖາ​ນີ​ລົດ​ໄຟ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 15 ຄົນ

ອິນ​ເດຍ: ເກີດ​ເຫດ​ຢຽບ​ກັນ​ຢູ່​ສະ​ຖາ​ນີ​ລົດ​ໄຟ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 15 ຄົນ

(VOVWORLD) - ໃນເຫດບຽດຢຽບກັນ ທີ່ເກີດຂຶ້ນໃນວັນທີ 15 ກຸມພາ ຢູ່ສະຖານີລົດໄຟ ທີ່ນະຄອນຫຼວງ ນິວເດລີ ປະເທດ ອິນເດຍ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 15 ຄົນ, ໃນນັ້ນ ມີແມ່ຍິງ 10 ຄົນ ແລະ ເດັກນ້ອຍ 3 ຄົນ.

ອຸບັດຕິເຫດດັ່ງກ່າວເກີດຂຶ້ນໃນເວລາ 20 ໂມງຂອງວັນທີ 15 ກຸມພາ ຕາມເວລາທ້ອງຖິ່ນ, ເມື່ອມີຈຳນວນຜູ້ໂດຍສານຫຼາຍໄດ້ຢືນລໍຖ້າລົດໄຟໄປນະຄອນ Prayagraj ເພື່ອເຂົ້າຮ່ວມງານບຸນ Maha Kumbh ເຊິ່ງເປັນງານບຸນທີ່ສັກສິດຂອງສາສະໜາ ຮິນດູ. ໃນ 1 ເດືອນຜ່ານມາ ງານບຸນນີ້ໄດ້ຕ້ອນຮັບແຂກມາຈາກທົ່ວປະເທດ ອິນເດຍ ແລະ ໃນໂລກມານະມັດສະການກວ່າ 500 ລ້ານຄົນ ເພື່ອປະຕິບັດພິທີກຳອາບນ້ຳທີ່ສັກສິດ ຢູ່ນະຄອນ Prayagraj ເຊິ່ງເປັນບ່ອນທີ່ມີ 3 ແມ່ນ້ຳໄຫຼຜ່ານ ນັ້ນແມ່ນແມ່ນ້ຳ Ganges , ແມ່ນ້ຳ Yamuna  ແລະ ແມ່ນ້ຳ Saraswato  ໃນເທບນິຍາຍຂອງ ອິນເດຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.