ຂ່າວເດັ່ນ

ອິນ​ເດຍ ກວດ​ກາ​ຄວາມ​ອາດ​ສາ​ມາມ​ກຽມ​ພ້ອມປະ​ຕິ​ກິ​ລິ​ຍາ​ໃນ​ກໍ​ລະ​ນີ​ຖືກ​ປາ​ກິດ​ສະ​ຖານ​ບຸກ​ໂຈມ​ຕີ

ອິນ​ເດຍ ກວດ​ກາ​ຄວາມ​ອາດ​ສາ​ມາມ​ກຽມ​ພ້ອມປະ​ຕິ​ກິ​ລິ​ຍາ​ໃນ​ກໍ​ລະ​ນີ​ຖືກ​ປາ​ກິດ​ສະ​ຖານ​ບຸກ​ໂຈມ​ຕີ

(VOVWORLD) - ການຊ້ອມຮົບປ້ອງກັນຕົວທາງພົນລະເຮືອນ ແມ່ນຮອບດ້ານ ແລະມີຂອບຂະໜາດທົ່ວປະເທດເພື່ອແນໃສ່ຕີລາຄາລະດັບຄວາມພ້ອມໃນການຮັບມືກັບບັນດາກໍລະນີສຸກເສີນຂອງບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ປະຊາຊົນ.

ພາບປະກອບ: ANI

ວັນທີ 7 ພຶດສະພາ, ອິນເດຍ ໄດ້ຈັດການຊ້ອມຮົບປ້ອງກັນຕົວໃນຂອບເຂດທົ່ວປະເທດເພື່ອກວດກາຄວາມສາມາດຮັບມືກັບບັນດາສະພາບສຸກເສີນ ໃນກໍລະນີຖືກບຸກໂຈມຕີຈາກພາຍນອກ. ການຊ້ອມຮົບໄດ້ດຳເນີນພາຍຫຼັງ2 – 3 ຊົ່ວໂມງ ທີ່ກອງທັບ ອິນເດຍດຳເນີນການບຸກໂຈມຕີທາງອາກາດ ເລັ່ງໃສ່ 9 ເປົ້າໝາຍທີ່ໄດ້ຮັບຖືວ່າແມ່ນ ພື້ນຖານໂຄງລ່າງຂອງພວກກໍ່ການຮ້າຍ ທີ່ນອນຢູ່ເຂດດິນແດນ ປາກິດສະຖານ ແລະ ຢູ່ເຂດ Kashmir ເຊິ່ງ ປາກິດສະຖານພວມຄວບຄຸມ. ການກະທຳນີ້ ອາດຈະພາໄປເຖິງຂອງການກະທຳໂຕ້ຕອບຂອງປາກິດສະຖານ ໃນຊຸມວັນຈະມາເຖິງ.  ອິນເດຍຖືວ່າ ການຊ້ອມຮົບປ້ອງກັນຕົວທາງພົນລະເຮືອນ ແມ່ນຮອບດ້ານ ແລະມີຂອບຂະໜາດທົ່ວປະເທດ ເພື່ອແນໃສ່ຕີລາຄາລະດັບຄວາມພ້ອມໃນການຮັບມືກັບບັນດາກໍລະນີສຸກເສີນຂອງບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ປະຊາຊົນ. ບັນດາການເຄື່ອນໄຫວໃນການຊ້ອມຮົບນີ້ລວມມີການ ຈຳລອງກໍລະນີ ໄຟຟ້າດັບໃນວົງກວ້າງ, ເປີດສັນຍານແຈ້ງເຕືອນການປ້ອງກັນທາງອາກາດ, ຜັນຂະຫຍາຍວິວັດການອົບພະຍົບລີ້ໄພ ແລະ ການໂຄສະນາເຜີຍແຜ່ໃຫ້ປະຊາຊົນເພື່ອແນໃສ່ກະກຽມໃຫ້ແກ່ບັນດາກໍລະນີສຸກເສີນຄືສົງຄາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.