ຂ່າວເດັ່ນ

ອິນ​ເດຍ ຜັນ​ຂະ​ຫຍາຍ​ການປາບ​ປາມ​ຂອບ​ຂະ​ໜາດ​ໃຫຍ່​ຢູ່ Kashmir ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ

ອິນ​ເດຍ ຜັນ​ຂະ​ຫຍາຍ​ການປາບ​ປາມ​ຂອບ​ຂະ​ໜາດ​ໃຫຍ່​ຢູ່ Kashmir ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ

(VOVWORLD) - ໄລ່ຮອດປັດຈຸບັນ, ມີປະມານ 1.500 ຄົນ, ລວມທັງຍາດຕິພີ່ນ້ອງຂອງບັນດາເປົ້າໝາຍຖືກສົງໄສ ຖືກກັກຂັງຊົ່ວຄາວເພື່ອໄຕ່ສວນ.

ອິນເດຍ ຜັນຂະຫຍາຍການປາບປາມຂອບຂະໜາດໃຫຍ່ຢູ່ Kashmir ພາຍຫຼັງເຫດກໍ່ການຮ້າຍ (ພາບ:  Reuters)

ພາຍຫຼັງບັ້ນບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດໃນວັນທີ 22 ເມສາ ຢູ່ Pahalgam, ເຂດດິນແດນລະຫວ່າງລັດ Jammu ແລະ Kashmir, ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ, ກຳລັງປ້ອງກັນຄວາມສະຫງົບ ອິນເດຍ ໄດ້ເປີດບັ້ນສືບສວນຢູ່ຫຼາຍຂົງເຂດ. ໄລ່ຮອດປັດຈຸບັນ, ມີປະມານ 1.500 ຄົນ, ລວມທັງຍາດຕິພີ່ນ້ອງຂອງບັນດາເປົ້າໝາຍຖືກສົງໄສ ຖືກກັກຂັງຊົ່ວຄາວເພື່ອໄຕ່ສວນ. ລັດຖະບານ ອິນເດຍ ຢັ້ງຢືນວ່າ ບັ້ນຮົບດັ່ງກ່າວ ແນໃສ່ບັນດາກຸ່ມກໍ່ການຮ້າຍ ແລະ ພວກໜູນຫຼັງ, ດ້ວຍຈຸດປະສົງຮັບປະກັນຄວາມໝັ້ນຄົງໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ຢ່າງໜ້ອຍສຸດມີເຮືອນ 10 ຫຼັງ, ລວມທັງເຮືອນຂອງ 2 ເປົ້າໝາຍທີ່ຖືກສົງໄສໃນບັ້ນບຸກໂຈມຕີກໍ່ການຮ້າຍຖືກມ້າງເພທຳລາຍ.

        ກ່ອນໜ້ານັ້ນ, ລັດຖະບານ ອິນເດຍ ໄດ້ກ່າວຫາ ປາກິດສະຖານ ຢືນຢູ່ເບື້ອງຫຼັງບັ້ນບຸກໂຈມຕີ. ສະພາບຄວາມເຄັ່ງຕຶງລະຫວ່າງສອງປະເທດທີ່ມີອາວຸດນິວເຄຼຍນີ້ ໄດ້ເຮັດໃຫ້ຄວາມສ່ຽງປະທະກັນຢູ່ພາກພື້ນເພີ່ມຂຶ້ນ. ປະຊາຄົມສາກົນ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ ແລະ ຊອກຫາມາດຕະການແກ້ໄຂໂດຍສັນຕິວິທີ.

ເລຢຸງ - ນັກຂ່າວ VOV ປະຈຳ New Delhi


This site is protected by reCAPTCHA and the Google Privacy Policy and Terms of Service apply.