ຂ່າວເດັ່ນ

ອິນ​ໂດ​ເນ​ເຊຍ ແກ້​ໄຂ​ເຫດ​ດິນ​ເຊາະ​ເຈື່ອນ ເຮັດ​ໃຫ້ 80 ຄົນ​ເສ​ຍຊີ​ວິດ

ອິນ​ໂດ​ເນ​ເຊຍ ແກ້​ໄຂ​ເຫດ​ດິນ​ເຊາະ​ເຈື່ອນ ເຮັດ​ໃຫ້ 80 ຄົນ​ເສ​ຍຊີ​ວິດ

(VOVWORLD) - ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua, ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.

ກຳລັງກູ້ໄພກູຊີບພວມຄົ້ນຫາ ຜູ້ປະສົບເຄາະຮ້າຍ (ພາບ: REUTERS/Ajeng Dinar Ulfiana)

ວັນທີ 2 ກຸມພາ, ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດດິນເຊາະເຈື່ອນຢ່າງຮ້າຍແຮງ ທີ່ເກີດຂຶ້ນຢູ່ແຂວງ Java ຕາເວັນຕົກ ໃນວັນທີ 24 ມັງກອນ, ເມື່ອຈຳນວນຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນກ່ວາ 80 ຄົນແລ້ວ. ຜູ້ຮັບຜິດຊອບຫ້ອງການຄົ້ນຫາ ແລະ ກູ້ໄພກູ້ຊີບ  Bandung ໃຫ້ຮູ້ວ່າ ໄລ່ຮອດເວລາ 11 ໂມງ 45 ນາທີຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ບັນດາສົບທີ່ຄົ້ນພົບ ໄດ້ຖືກຍ້າຍອອກຈາກສະຖານທີ່ເກີດເຫດແລ້ວ.ການເຄື່ອນໄຫວຄົ້ນຫາພວມໄດ້ຮັບການຜັນຂະຫຍາຍດ້ວຍວັດຖຸອຸປະກອນທີ່ທັນສະໄໝ ທັງດ້ວຍກຳລັງແຮງຄົນ ຍ້ອນຄວາມສ່ຽງ ດິນເຊາະເຈື່ອນຈະສືບຕໍ່ເກີດຂຶ້ນ. ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua,  ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.