ຂ່າວເດັ່ນ

ອິນເດຍ ແລະ ປາກິດສະຖານ ເຫັນດີຢຸດຕິບັນດາການເຄື່ອນໄຫວດ້ານການທະຫານທາງບົກ, ທາງອາກາດ, ທາງທະເລ

ອິນເດຍ ແລະ ປາກິດສະຖານ ເຫັນດີຢຸດຕິບັນດາການເຄື່ອນໄຫວດ້ານການທະຫານທາງບົກ, ທາງອາກາດ, ທາງທະເລ

(VOVWORLD) - ພາຍຫຼັງທີ່ ອິນເດຍ ແລະ ປາກິດສະຖານ ບັນລຸຂໍ້ຕົກລົງຢຸດຍິງ ແລະ ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານພຽງ 2-3 ຊົ່ວໂມງ, ອິນເດຍ ໄດ້ກ່າວຫາ ປາກິດສະຖານ ສືບຕໍ່ຍິງປືນລະເມີດຂໍ້ຕົກລົງດັ່ງກ່າວ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Vikram Misri
(ພາບ: ANI)

ຕອນຄ່ຳວັນທີ 10 ພຶດສະພາ, ພາຍຫຼັງທີ່ ອິນເດຍ ແລະ ປາກິດສະຖານ ບັນລຸຂໍ້ຕົກລົງຢຸດຍິງ ແລະ ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານພຽງ 2-3 ຊົ່ວໂມງ, ອິນເດຍ ໄດ້ກ່າວຫາ ປາກິດສະຖານ ສືບຕໍ່ຍິງປືນລະເມີດຂໍ້ຕົກລົງດັ່ງກ່າວ. ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Vikram Misri ໃຫ້ຮູ້ວ່າ “ບັນດາການລະເມີດດັ່ງກ່າວແມ່ນຮ້າຍແຮງທີ່ສຸດ”; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ ປາກິດສະຖານ ປະຕິບັດບັນດາບາດກ້າວທີ່ເໝາະສົມເພື່ອແກ້ໄຂບັນດາການລະເມີດດັ່ງກ່າວ ແລະ ແກ້ໄຂສະພາບການຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບ.

    ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ອິນເດຍ ແລະ ປາກິດສະຖານ ໄດ້ເຫັນດີຢຸດຕິທຸກການເຄື່ອນໄຫວດ້ານການທະຫານ ນັບທັງທາງບົກ, ທາງທະເລ ແລະ ທາງອກາດແນໃສ່ກັນ, ເລີ່ມແຕ່ວັນທີ 10 ພຶດສະພາ.

ໃນຂະນະນັ້ນ, ຈາກ Islamabad, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ປາກິດສະຖານ Ishaq Dar ກໍ່ໄດ້ຢັ້ງຢືນຄຳສັ່ງຢຸດຍິງຈະມີຜົນສັກສິດໃນທັນທີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.