ຂ່າວເດັ່ນ

ອິນໂດເນເຊຍ ແລະ ຈີນ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ

ອິນໂດເນເຊຍ ແລະ ຈີນ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ

(VOVWORLD) -ການຢ້ຽມຢາມ ອິນໂດເນເຊຍ ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດໃນປີ 2025 ຂອງທ່ານນາຍົກລັດຖະມົນຕີ ຈີນ.

 ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ພົບປະເຈລະຈາກັບປະທານາທິບໍດີ ອິນໂດເນເຊຍ Prabowo Subianto
(ພາບ: Antara)

ວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ໄດ້ມີການພົບປະເຈລະຈາກັບປະທານາທິບໍດີ ອິນໂດເນເຊຍ Prabowo Subianto ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພ່ືອປຶກສາຫາລືກ່ຽວກັບບັນດາມາດຕະການເປີດກວ້າງດ້ານການຄ້າ ແລະ ການລົງທຶນ ໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ ແລະ ໂລກາພິວັດເສດຖະກິດຕ້ອງປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫລີຊຽງ  ໃຫ້ຮູ້ວ່າ: ສອງຝ່າຍ ຄວນຊອກຮູ້ການຮ່ວມມືໃນບັນດາຂົງເຂດຄື: ການເງິນ,ພະລັງງານໃຫມ່, ເສດຖະກິດດິຈິຕອນ, ປັນຍາປະດິດ, ການບິນອາວະກາດ ແລະ ຂົງເຂດການເດີນທະເລ. ສອງຝ່າຍເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງການຮ່ວມມືຫລາຍສະບັບກ່ຽວກັບນະໂຍບາຍພັດທະນາເສດຖະກິດ, ລະບົບອຸດສາຫະກຳ ແລະ ການສະຫນອງ, ການຮ່ວມມືດ້ານການເງິນ.

ການຢ້ຽມຢາມ ອິນໂດເນເຊຍ ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດໃນປີ 2025 ຂອງທ່ານນາຍົກລັດຖະມົນຕີ ຈີນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.