ຂ່າວເດັ່ນ

IS ຮຽກ​ຮ້ອງ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ຫຼາຍ​ນະ​ຄອນ​ຂອງ​ເອີ​ຣົບ

IS ຮຽກ​ຮ້ອງ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ຫຼາຍ​ນະ​ຄອນ​ຂອງ​ເອີ​ຣົບ

(VOVWORLD) - ການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ໄດ້ສ້າງເວັບໄຊສະບັບພາສາ ເຢຍລະມັນ, ເພື່ອຮຽກຮ້ອງປະຕິບັດບັນດາບັ້ນບຸກໂຈມຕີກໍ່ການຮ້າຍຢູ່ຫຼາຍນະຄອນຢູ່ ເຢຍລະມັນ, ໂອຕາລິດ ແລະ ແບນຊິກ.

ວັນທີ 20 ກຸມພາ, ສື່ມວນຊົນ ເຢຍລະມັນ ໃຫ້ຮູ້ວ່າ ການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ໄດ້ສ້າງເວັບໄຊສະບັບພາສາ ເຢຍລະມັນ, ເພື່ອຮຽກຮ້ອງປະຕິບັດບັນດາບັ້ນບຸກໂຈມຕີກໍ່ການຮ້າຍຢູ່ຫຼາຍນະຄອນຢູ່ ເຢຍລະມັນ, ໂອຕາລິດ ແລະ ແບນຊິກ. ເວັບໄຊດັ່ງກ່າວໄດ້ລົງຮູບທີ່ຖ່າຍຈາກບ່ອນນັ່ງຂັບລົດທີ່ຊີ້ໃຫ້ເຫັນວ່າ ມີຫຼາຍຄົນພວມຍ່າງໃນທ້ອງຖະໜົນ, ໃນຂະນະນັ້ນ ໜ້າຈໍຢູ່ເທິງລົດປະກົດຄຳຮຽກຮ້ອງຂີ່ລົດຕຳໃສ່ຄົນຍ່າງຕາມທາງຢູ່ນະຄອນ Berlin, Munich, Frankfurt am Main, Vienna, Brussels, Antwerp ແລະ Salzburg.

ປັດຈຸບັນ, ບັນດາອົງການຄວາມໝັ້ນຄົງຢູ່ ເຢຍລະມັນ, ໂອຕາລິດ ແລະ ແບນຊິກ ພວມພິຈາລະນາບັນດາເອກະສານທີ່ກຸ່ມນີ້ໄດ້ເຜີຍແຜ່ ເພື່ອແນໃສ່ຊອກຫາມາດຕະການສະກັດກັ້ນ, ເພາະວ່າບັນດາບັ້ນບຸກໂຈມຕີຈາກບັນດາເປົ້າໝາຍເດີນຕາມລັດທິອິດສະລາມຫົວຮຸນແຮງ ເຄີຍເກີດຂຶ້ນຫຼາຍຄັ້ງຢູ່ທັງ 3 ປະເທດນີ້. ບັນດາອົງການປະຕິບັດກົດໝາຍກໍເຄີຍສະກັດກັ້ນບັນດາກົນອຸບາຍແບບນີ້ໄດ້ແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.