ຂ່າວເດັ່ນ

ກອ​ງ​ປະ​ຊຸມແຈ້ງຜົນສໍາເລັດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ກອ​ງ​ປະ​ຊຸມແຈ້ງຜົນສໍາເລັດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

(VOVWORLD) - ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.

ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ  (ພາບ:TTXVN)

ໃນວັນທີ 26 ມັງກອນຢູ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ; ທ່ານເລຂາທິການໃຫຍ່ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານຮ່ວມກອງປະຊຸມແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ.

ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.

ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽ,ນາມ, ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນບົດບາດນຳພາຢ່າງຮອບດ້ານ ຂອງພັກປະຊາຊົນປະຕິວັດ ລາວ ຕໍ່ພາລະກິດແຫ່ງການປະຕິວັດ, ປັບປຸງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວທຸກຊັ້ນຄົນ ຕໍ່ເສັ້ນທາງພັດທະນາສັງຄົມນິຍົມເຊິ່ງພັກ ແລະ ປະທານ ໄກສອນພົມວິຫານ ແລະ ການນຳລຸ້ນກ່ອນເລືອກເຟັ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.