ຂ່າວເດັ່ນ

ກອ​ງ​ທັບ​ອິດ​ສະ​ລາ​ແອັນ ເປັ​ນ​ຄັ້ງ​ທຳ​ອິດ​ປະ​ກາດ​ໃຊ້​ຄຳ​ສັ່ງ​ອົບ​ພະ​ຍົບ​ ​ຢູ່​ໃຈ​ກາງ​ເຂດ​ກາ​ຊາ

ກອ​ງ​ທັບ​ອິດ​ສະ​ລາ​ແອັນ ເປັ​ນ​ຄັ້ງ​ທຳ​ອິດ​ປະ​ກາດ​ໃຊ້​ຄຳ​ສັ່ງ​ອົບ​ພະ​ຍົບ​ ​ຢູ່​ໃຈ​ກາງ​ເຂດ​ກາ​ຊາ

(VOVWORLD) - ກຳລັງປ້ອງກັນ ອິດສະລາແອັນ (IDF) ໄດ້ອອກແຈ້ງການອົບພະຍົບຄັ້ງໃໝ່ສຳລັບຊາວປາແລັດສະຕິນທີ່ ພວມດຳລົງຊີວິດຢູ່ເຂດທາງທິດຕາເວັນຕົກສ່ຽງໃຕ້ນະຄອນ Deir al-Balah, ຂຶ້ນກັບໃຈກາງເຂດກາຊາ.

ພາບປະກອບ: THX/TTXVN

ວັນທີ 20 ກໍລະກົດ, ຕາມເວລາທ້ອງຖິ່ນ ກຳລັງປ້ອງກັນ ອິດສະລາແອັນ (IDF) ໄດ້ອອກແຈ້ງການອົບພະຍົບຄັ້ງໃໝ່ສຳລັບຊາວປາແລັດສະຕິນທີ່ ພວມດຳລົງຊີວິດຢູ່ເຂດທາງທິດຕາເວັນຕົກສ່ຽງໃຕ້ນະຄອນ Deir al-Balah, ຂຶ້ນກັບໃຈກາງເຂດກາຊາ, ໄປພ້ອມກັບການແຈ້ງເຕືອນຈະດຳເນີນບັນດາການເຄື່ອນໄຫວທາງການທະຫານໃນທັນທີ ເລັ່ງໃສ່ບັນດາເປົ້າໝາຍຂອງຂະບວນການ ອິດສະລາມ Hamas ຢູ່ເຂດດັ່ງກ່າວ. ຖ້າສິ່ງນີ້ເກີດຂຶ້ນ, ນີ້ແມ່ນຄັ້ງທຳອິດທີ່ IDF ດຳເນີນບັ້ນຮົບການທະຫານເລັ່ງໃສ່ບັນດາເປົາໝາຍຂອງ ຮາມາດຢູ່ Deir al-Balah ນັບແຕ່ເວລາເກີດການປະທະກັນລະຫວ່າງ ຮາມາດ - ອິດສະລາແອັນ ເມື່ອເດືອນຕຸລາ 2023. ຄຳສັ່ງອົບພະຍົບພ ໄດ້ຕັດເສັ້ນທາງລະຫວ່າງນະຄອນ Deir al-Balah ກັບບັນດານະຄອນທາງທິດໃຕ້ຂອງເຂດກາຊາ ລວມມີ Rafah ແລະ Khan Younis.

ໃນຂະນະນັ້ນ, ວັນທີ 20 ກໍລະກົດ, ສື່ມວນຊົນພາກພື້ນໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ຂະບວນການຮາມາດພວມຊັ່ງຊາຄວາມອາດສາມາດທີ່ຈະຕໍ່ກຳນົດເວລາຂອງຂໍ້ຕົກລົງຢຸດຍິງຢູ່ ເຂດກາຊາໃນທ້າຍອາທິດນີ້ ຫຼື  ກຸ່ມນີ້ຈະຖອນຕົວອອກຈາກການເຈລະຈາຢູ່ກາຕາ ແລະ ຈະກັບຄືນມາກໍ່ຕໍ່ເມື່ອບັນດາຂໍ້ສະເໜີ ກ່ຽວກັບຂໍ້ຕົກລົງຮອບດ້ານໄດ້ວາງອອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.