ຂ່າວເດັ່ນ

ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່

ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວາ ສິ້ນສຸດໄລຍະ 2021 – 2025 ສະພາບການເສດຖະກິດ - ສັງຄົມບັນລຸໄດ້ໝາກຜົນສຳຄັນ, ການເຕີບໂຕເສດຖະກິດ 2025 ບັນລຸລະດັບ 8,02%, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາບຸກທະລຸ, ການເຕີບໂຕໂດຍໄວ, ຍືນຍົງ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການຄຸ້ມຄອງ, ບໍລິຫານເສດຖະກິດມະຫາພາກ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະຊີ້ນຳ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວາ ສິ້ນສຸດໄລຍະ 2021 – 2025 ສະພາບການເສດຖະກິດ - ສັງຄົມບັນລຸໄດ້ໝາກຜົນສຳຄັນ, ການເຕີບໂຕເສດຖະກິດ 2025 ບັນລຸລະດັບ 8,02%, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາບຸກທະລຸ, ການເຕີບໂຕໂດຍໄວ, ຍືນຍົງ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຊີ້ນຳສືບຕໍ່ປະຕິບັດນະໂຍບາຍປີການເງິນເປີດກວ້າງ, ມີຈຸດສຸມ,ດ້ວຍບັນດານະໂຍບາຍພາສີ, ຄ່າທຳນຽບເໝາະສົມຮັບໃຊ້ການພັດທະນາ, ເປັນຕົ້ນແມ່ນເປົ້າໝາຍການເຕີບໂຕຢູ່ລະດັບ 2 ຕົວເລກ, ມຸ່ງໄປເຖິງບັນດາກຳລັງໜູນການເຕີບໂຕ; ມີບັນດາມາດຕະການເພີ່ມລາຍຮັບ, ປະຢັດລາຍຈ່າຍ, ໃນນັ້ນເພີ່ມລາຍຈ່າຍໃຫ້ແກ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາກຳລັງໜູນເຕີບໂຕ ແລະ ການຊ່ວຍເຫຼືອສັງຄົມ.

ພັດທະນາຕະຫຼາດຄຳ, ຕະຫຼາດຫຼັກຊັບ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດແລກປ່ຽນຄ້າຂາຍທີ່ດິນ, ເຮືອນຢູ່…ທຸກສິ່ງທຸກຢ່າງຕ້ອງຫັນເປັນດີຈີຕອນ. ສ້າງຖານຂໍ້ມູນໃຫ້ແກ່ທຸກຂະແໜງການ, ຂົງເຂດ, ບົນພື້ນຖານນັ້ນພັດທະນາຕະຫຼາດໂປ່ງໃສ, ປອດໄພ, ເປີດເຜີຍ, ອີງຕາມການຫັນເປັນດີຈີຕອນ, ຫຼຸດຜ່ອນລະບຽບການບໍລິຫານ ເຮັດໃຫ້ເພີ່ມຄ່າໃຊ້ຈ່າຍຂອງປະຊາຊົນ ແລະ ວິສາຫະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.