ຂ່າວເດັ່ນ

ກ໋​ວາງ​ບິ່ງ ​ເລີ່ມ​ລົງ​ມື​ກໍ່​ສ້າງ​ທ່າ​ກຳ​ປັນ​ສັ​ງ​ລວມ​ສາ​ກົນ ເຊື່ອມ​ຕໍ່ກັບຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ

ກ໋​ວາງ​ບິ່ງ ​ເລີ່ມ​ລົງ​ມື​ກໍ່​ສ້າງ​ທ່າ​ກຳ​ປັນ​ສັ​ງ​ລວມ​ສາ​ກົນ ເຊື່ອມ​ຕໍ່ກັບຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ

(VOVWORLD) - ຕອນເຊົ້າວັນທີ 21 ມີນາ, ຢູ່ຕາແສງກ໋ວາງດົງ, ເມືອງກ໋ວາງແຈກ, ແຂວງກ໋ວາງບິ່ງ, ບໍລິສັດຫຸ້ນສ່ວນທ່າກຳປັ່ນຮ່ອນລາ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການທ່າກຳປັ່ນສັງລວມສາກົນ ຮ່ອນລາ.

ພິທີເລີ່ມລົງມືກໍ່ສ້າງໂຄງການທ່າກຳປັ່ນສັງລວມສາກົນ ຮ່ອນລາ (ພາບ: nhandan.vn)

ນີ້ແມ່ນໂຄງການຈຸດສຸມພັດທະນາພື້ນຖານໂຄງລ່າງທ່າກຳປັ່ນທະເລ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງແຂວງກ໋ວາງບິ່ງ ແລະ ພາກພື້ນ. ໂຄງການທ່າກຳປັ່ນ ສັງລວມສາກົນ ຮ່ອນລາມີເນື້ອທີ່ກວ່າ 39 ເຮັກຕາ, ດ້ວຍຍອດເງິນລົງທຶນເກືອບ 90 ລ້ານ USD. ທ່າກຳປັ່ນໄດ້ຮັບການວາງແຜນກຳນົດຢ່າງຄົບຊຸດ ດ້ວຍບັນດາໂຄງການດ້ານເຕັກນິກທີ່ທັນສະໄໝ. ທ່ານ ເຈິ່ນຟອງ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງ ໃຫ້ຮູ້ວ່າ:

ດ້ວຍທີ່ຕັ້ງທີ່ສະດວກກ່ຽວກັບກະແສທະເລ ແລະ ຄົມມະນາຄົມທາງບົກ, ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວທ່າກຳປັ່ນສັງລວມສາກົນ ຮ່ອນລາ ຈະກາຍເປັນຂົວສົ່ງຄຽນຖ່າຍສິນຄ້າສຳຄັນໃນພາກພື້ນ, ຮັບສິນຄ້າສອງສົ້ນຈາກໄທ, ລາວ, ມຽນມາ, ຈີນ ແລະ ບັນດາສູນເສດຖະກິດໃຫຍ່ຜ່ານທາງທະເລ. ບໍ່ພຽງແຕ່ສວມບົດບາດສຳຄັນໃນການຂົນສົ່ງສິນຄ້າເທົ່ານັ້ນ ທ່າກຳປັ່ນຫາກຍັງມີໜ້າທີ່ຮັບກຳປັ່ນທ່ອງທ່ຽວສາກົນ, ເປີດໂອກາດພັດທະນາການທ່ອງທ່ຽວທະເລ, ປະກອບສ່ວນສ້າງກຳລັງໜູນການເຕີບໂຕແບບຍືນຍົງໃຫ້ແກ່ແຂວງ ກ໋ວາງບິ່ງ ອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.