ຂ່າວເດັ່ນ

ກະ​ກ​ຽມ​ພິ​ທີ​ປິດ​ງານ​ວາງ​ສະ​ແດງ​ຜົນ​ງານ​ແຫ່ງ​ຊາດຢ່າງ​ຮອບ​ດ້ານ​ຖີ່​ຖ້ວນ

ກະ​ກ​ຽມ​ພິ​ທີ​ປິດ​ງານ​ວາງ​ສະ​ແດງ​ຜົນ​ງານ​ແຫ່ງ​ຊາດຢ່າງ​ຮອບ​ດ້ານ​ຖີ່​ຖ້ວນ

(VOVWORLD) - ໃນເວລາ 13 ວັນ, ເລີ່ມແຕ່ວັນທີ 28 ສິງຫາ - ວັນທີ 09 ກັນຍາ ຈຳນວນ ແຂກມາເຂົ້າຢ້ຽມຊົມ “ການຈັດວາງສະແດງຜົນງານແຫ່ງຊາດ 80 ປີ ໄລຍະທາງແຫ່ງ ເອກະລາດ- ເສລີພາບ-ຄວາມຜາສຸກ” ຄາດວ່າຫຼາຍກວ່າ 6,6 ລ້ານເທື່ອຄົນ, ໃນຈຸດເວລາເຮັ່ງຮ້ອນ ແຂກທີ່ເຂົ້າມາຢ້ຽມຊົມກໍ່ຫຼາຍກວ່າ 1 ລ້ານເທື່ອຄົນຕໍ່ວັນ, ພ້ອມດຽວກັນນັ້ນ ກໍ່ຍັງມີຄະນະຜູ້ແທນຈາກຕ່າງປະເທດ ຫຼາຍຄະນະເຂົ້າມາຢ້ຽມຊົມງານວາງສະແດງ, ລວມມີທັງຄະນະຜູ້ແທນຂັ້ນສູງ.

 ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກໃນກອງປະຊຸມຄະນະຊີ້ນຳງານວາງສະແດງຜົນງານແຫ່ງຊາດ, ໃນຕອນບ່າຍ ວັນທີ 11 ກັນຍາ, ທິ່ສຳນັກງານລັດຖະບານ.

 ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

        ກ່າວຄຳເຫັນໃນກອງປະຊຸມ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ    ງານວາງສະແດງໄດ້ດຶງດູດຄວາມສົນໃຈເປັນພິເສດ, ສ້າງການຕອບສະໜອງແຜ່ກະຈາຍຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທຸກຊັ້ນຄົນ. ງານວາງສະແດງໄດ້ເຊີດຊູ, ແນະນຳບັນດາຜົນງານອັນພົ້ນເດັ່ນຂອງພັກ, ລັດ ໃນຂະບວນການການຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ; ປະກອບສ່ວນໂຄສະນາສຶກສາມູນເຊື້ອຮັກຊາດ, ປັບປຸງຄວາມເຊືຶ່ອໝັ້ນຂອງປະຊາຊົນໃນແນວທາງການປ່ຽນແປງໃໝ່, ພັດທະນາຢ່າງໝັ້ນຄົງ ແລະ ໂຄສະນາພາບພົດຂອງ ປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.  

ເພືີ່ອກະກຽມພິທີປິດງານວາງສະແດງຢ່າງຮອບດ້ານ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໜ້າທີ່ລະອຽດ ໃຫ້ແກ່ ບັນດາກະຊວງ, ຂະແໜງການ, ອົງການ ແລະ ພາກສວກກ່ຽວຂ້ອງ.

“ພິທີປິດງານວາງສະແດງ ບໍ່ພຽງແຕ່ແມ່ນພິທີອັດເຫດການໃດໜຶ່ງທີ່ສິ້ນສຸດລົງ ແຕ່ແມ່ນໂອກາດເພື່ອໃຫ້ພວກເຮົາຖອດຖອນເອົາບົດຮຽນປະສົບການ. ທີສອງ ແມ່ນເພື່ອເປັນການກະຈາຍສານຜົນສຳເລັດຂອງງານວາງສະແດງດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານກະກຽມພິທີປິດງານວາງສະແດງ ຕ້ອງໄດ້ປະຕິບັດຢ່າງຮອບຄອບ ແລະ ປອດໄພ, ປະຢັດມັດທະຍັດ ແຕ່ຕ້ອງມີຄວາມຮັບປະກັນຖືກກັບລະດັບຊາດ. ຂ້າພະເຈົ້າສະເໜີ ໃຫ້ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແລະ ທຸກພາກສ່ວນສືບຕໍ່ເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຮັບຜິດຊອບຢ່າງສູງສຸດ ເພື່ອຈັດພິທີດັ່ງກ່າວໃຫ້ບັນລຸຜົນສຳເລັດ.”                                                                                                                                                                                                                                                                                                                                                                                                                                                                                                                                                                                 

This site is protected by reCAPTCHA and the Google Privacy Policy and Terms of Service apply.