ຂ່າວເດັ່ນ

ກະ​ສັດ ມາ​ເລ​ເຊຍ ຖື​ການ​ພົວ​ພັນ​ມິ​ດ​ຕະ​ພາບອັນ​ໜຽວ​ແໜ້ນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ

ກະ​ສັດ ມາ​ເລ​ເຊຍ ຖື​ການ​ພົວ​ພັນ​ມິ​ດ​ຕະ​ພາບອັນ​ໜຽວ​ແໜ້ນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ

(VOVWORLD) - ວັນທີ 17 ສິງຫາ, ຢູ່ Kuala Lumpur, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງງອກລິງ ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ກະສັດ ມາເລເຊຍ Abdullah Sultan Ahmad Shah ໃນພິທີທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະລາດຊະວັງ.

ພິທີຍື່ນສານຕາຕັ້ງ (ພາບ: TTXVN)

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງງອກລິງ ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

       ສ່ວນກະສັດ Abdullah ຢັ້ງຢືນວ່າ ມາເລເຊຍ ຖືການພົວພັນມິດຕະພາບກັບ ຫວຽດນາມ ເປັນສຳຄັນ, ພ້ອມທັງປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມາຢ້ຽມຢາມ ມາເລເຊຍ ໃນໄລຍະຈະມາເຖິງ. ມາເລເຊຍ ເຊື່ອໝັ້ນວ່າ ທັງສອງຝ່າຍ ລ້ວນແຕ່ມີຄວາມປາດຖະໜາຢາກຮັກສາທ່ວງທ່າພັດທະນາ ແລະ ຫັນການພົວພັນສອງຝ່າຍເປັນຫຼາຍຮູບຫຼາຍແບບ ເພື່ອມຸ່ງໄປເຖິງການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແທດຈິງກວ່າອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.