ຂ່າວເດັ່ນ

ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຕຳ​ໜິ້​ຕິ​ຕຽນ​ຕໍ່​ຄຳ​ຖະ​ແຫຼງ “ຢັບ​ຢັ້ງ” ຂອງ ​ນາ​ໂຕ

ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຕຳ​ໜິ້​ຕິ​ຕຽນ​ຕໍ່​ຄຳ​ຖະ​ແຫຼງ “ຢັບ​ຢັ້ງ” ຂອງ ​ນາ​ໂຕ

(VOVWORLD) - ວັນທີ 2 ທັນວາ, ທ່ານ Steve Witkoff ທູດພິເສດຂອງ ອາເມລິກາ ໄດ້ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່ ມົດສະກູ.

    ວັນທີ 1 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກສຽງ ຕຳໜິ້ຕິຕຽນຄຳກ່າວປາໄສຂອງທ່ານ Giuseppe Cavo Dragone,  ປະທານອົງການ ນາໂຕ ກ່ຽວກັບການປະຕິບັດ “ບາດຄອ້ນຢັບຢັ້ງ” ເລັ່ງໃສ່ ລັດເຊຍ. ທ່ານ Maria Zakharova ໂຄສົກ ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາຄຳກ່າວປາໄສຂອງທ່ານ Giuseppe ແມ່ນບໍ່ເໝາະສົມ ແລະ ອາດຈະສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມແກ້ໄຂການປະທະກັນຢູ່ ຢູແກຼນ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ປະຕິເສດບັນດາຄຳກ່າວຫາໂດຍຖືວ່າ ລັດເຊຍພວມເພີ່ມທະວີການນາຍຂູ່ນິວເຄຼຍ ແລະ ຢືນຢັນວ່າ ປະເທດນີ້ ຍັງຄົງຕິດຕາມກວດກາການເຄື່ອນໄຫວດ້ານການທະຫານຂອງ ນາໂຕ ແລະ ອີຢູ ຢູ່ເຂດມໍ່ກັບຊາຍແດນ.

  ວັນທີ 2 ທັນວາ, ທ່ານ Steve Witkoff  ທູດພິເສດຂອງ ອາເມລິກາ ໄດ້ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່ ມົດສະກູ.

This site is protected by reCAPTCHA and the Google Privacy Policy and Terms of Service apply.