ຂ່າວເດັ່ນ

ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຕ້ອງ​ນຳ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ​ຢ່​າງ​ມີ​ໄຊ

ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຕ້ອງ​ນຳ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ​ຢ່​າງ​ມີ​ໄຊ

(VOVWORLD) - ທ່ານເລຂາທິການໃຫຍ່ໂຕເລິມຍົກໃຫ້ເຫັນຢ່າງຈະແຈ້ງໜ້າທີ່ກວມລວມ, ລຸລ່ວງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນຕ້ອງນຳໜ້າໃນການຈັດຕັ້ງປະຕິບັດມະຕິເລກທີ 57 ຂອງກົມການເມືອງຢ່າງມີໄຊ.

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຕິດຫຼຽນໄຊແຮງງານຊັ້ນໜຶ່ງມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ (ພາບ: VOV)

ຕອນບ່າຍວັນທີ 29 ກັນຍາ,ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຄົບຮອບຂອງຂະແໜງໄປສະນີໂທລະຄົມມະນາຄົມ, 66 ປີແຫ່ງວັນຄົບຮອບຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 1.

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານອະດີດເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ນົງດຶກແມັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ. ກ່າວຄຳເຫັນທີພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ໂຕເລິມຍົກໃຫ້ເຫັນຢ່າງຈະແຈ້ງໜ້າທີ່ກວມລວມ, ລຸລ່ວງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນຕ້ອງນຳໜ້າໃນການຈັດຕັ້ງປະຕິບັດມະຕິເລກທີ 57 ຂອງກົມການເມືອງກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດຢ່າງມີໄຊ.

ດ້ວຍບົດບາດໜ້າທີ່ເປັນເສນາທິການ, ສ້າງສາ, ກະຊວງຕ້ອງເປັນເຈົ້າການສະເໜີ, ສ້າງລະບົບກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອສົ່ງເສີມນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນ. ດ້ວຍບົດບາດໜ້າທີ່ໃນການຄຸ້ມຄອງລັດ, ກະຊວງຕ້ອງກຳນົດທິດ ແລະ ນຳໜ້າພັດທະນາບັນດາຂົງເຂດເຕັກໂນໂລຢີປາຍແຫຼມທີ່ມີຄວາມໝາຍຍຸດທະສາດ ຄືເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ…

This site is protected by reCAPTCHA and the Google Privacy Policy and Terms of Service apply.