ຂ່າວເດັ່ນ

ກາ​ເຟ ຫວຽດ​ນາມ ຢັ້ງ​ຢືນ​ຄຸນ​ຄ່າ, ອິດ​ທິ​ພົນ​ຊື່​ສຽງ​ຜ່ານ​ການ​​ປະ​ກວດ ກາ​ເຟ ພື້ນບ​້ານ​ປີ 2025

ກາ​ເຟ ຫວຽດ​ນາມ ຢັ້ງ​ຢືນ​ຄຸນ​ຄ່າ, ອິດ​ທິ​ພົນ​ຊື່​ສຽງ​ຜ່ານ​ການ​​ປະ​ກວດ ກາ​ເຟ ພື້ນບ​້ານ​ປີ 2025

(VOVWORLD) - ຮອບຄັດເລືອກກາເຟພື້ນບ້ານ ຫວຽດນາມ 2025 – Vietnam Amazing Cup 2025, ໂດຍສະຫະສະມາຄົມກາເຟ ບວນມາທວດ ເປັນເຈົ້າພາບພວມຖືກຈັດຂຶ້ນຢູ່ນະຄອນ ບວນມາທວດ, ແຂວງດັກລັກ.

ເຂົ້າຮ່ວມຮອບຄັດເລືອກນີ້ ມີ  146 ແບບຢ່າງກາເຟ (ພາບ: VOV)

ເຂົ້າຮ່ວມຮອບຄັດເລືອກນີ້ ມີ 97 ແບບຢ່າງກາເຟ Robusta ແລະ 49 ແບບຢາງ ກາເຟ  Arabica ທີ່ມາຈາກບັນດາເຂດປູກກາເຟທີ່ມີຊື່ສຽງຄື: ດັກລັກ, ເລິມດົ່ງ, ຢາລາຍ, ດັກນົງ, ກອນຕຸມ, ກວ໊າງຈິ ແລະ ເຊີນລາ… ໃນໄລຍະແຕ່ວັນທີ 20 – 23 ເມສາ . ຄະນະກຳມາທິການຈະຕີລາຄາ, ໃຫ້ຄະແນນບັນດາແບບຢ່າງຕາມມາດຕະຖານສາກົນ. ທ່ານ ຈິ້ງດຶກມິງ, ປະທານສະຫະສະມາຄົມ      ກາເຟ ບວນມາທວດ, ຫົວໜ້າຄະນະຈັດຕັ້ງການປະກວດ ກາເຟ ພື້ນບ້ານ ຫວຽດນາມ, ໃຫ້ຮູວ່າ ການປະກວດດດັ່ງກ່າວ ໄດ້ປະກອບສ່ວນຍົກສູງຄຸນຄ່າ ແລະ ອິດທິພົນຊືຂອງ ກາເຟ ຫວຽດນາມ:

        “ປີ 2025  ເລີ່ມປະກົດມີໃບສັ່ງຊື້ສິນຄ້າລອດໃຫຍ່ ແລະ ໃຫຍ່ສຸດແມ່ນ 30 ໂຕນ, ໄປຄຽງຄູ່ກັນນັ້ນ ກໍຍັງມີໃບສັ່ງຊື້ຍ່ອຍນຳຊາວກະສິກອນ ທີ່ຫາກໍ່ເຂົ້າຮ່ວມຕະຫຼາດ ກາເຟ ພື້ນບ້ານ.  ທີສອງແມ່ນ ການປະດິດຄິດສ້າງ, ເຊິ່ງໄດ້ສະແດງຢູ່ບັນດາແບບວິທີປຸງແຕ່ງ ເພື່ອນຳມາເຊິ່ງຄຸນນະພາບດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ.”

      


This site is protected by reCAPTCHA and the Google Privacy Policy and Terms of Service apply.