ຂ່າວເດັ່ນ

ກາລະໂອກາດແຜ່ກະຈາຍຮູບເງົາ ຫວຽດນາມ ຕໍ່ມະຫາຊົນ ອາຟະລິກາເໜືອ

ກາລະໂອກາດແຜ່ກະຈາຍຮູບເງົາ ຫວຽດນາມ ຕໍ່ມະຫາຊົນ ອາຟະລິກາເໜືອ

(VOVWORLD) - ຫວັງວ່າ ບັນດາຮູບເງົາຂອງ ຫວຽດນາມ ທີ່ສາຍໃນງານມະໂຫລານຄັ້ງນີ້ຈະນຳມາໃຫ້ຜູ້ຊົນ ອານເຊຣີ ໂອກາດຄົ້ນຫາພື້ນຖານຮູບເງົາເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສວຍງາມ ແລະ ຕິດພັນຢ່າງແໜ້ນແຟ້ນກັບປະຫວັດສາດຂອງຊາດ ຫວຽດນາມ.

        ງານມະໂຫລານຟິມຮູບເງົາສາກົນ Imedghassen ຄາດວ່າຈະຈັດຂຶ້ນແຕ່ວັນທີ 10 – 16 ກັນຍາ ຢູ່ນະຄອນ Batna, ປະເທດ ອານເຊຣີ. ທີ່ງານມະໂຫລານຮູບເງົາສາກົນ Imedghassen ຄັ້ງທີ 5 ນີ້, ຫວຽດນາມ ເປັນກຽດໄດ້ກາຍເປັນແຂກຖືກເຊີນກິຕິມະສັກ.

        ໜັງສືພິມ “El Moudjahid” ລາຍວັນສະບັບອອກວັນທີ 24 ສິງຫາ ໄດ້ແນະນຳກ່ຽວກັບການເຕີບໃຫຍ່ຂອງຮູບເງົາ ຫວຽດນາມ; ພ້ອມກັນນັ້ນ, ຫວັງວ່າ ບັນດາຮູບເງົາຂອງ ຫວຽດນາມ ທີ່ສາຍໃນງານມະໂຫລານຄັ້ງນີ້ຈະນຳມາໃຫ້ຜູ້ຊົນ ອານເຊຣີ ໂອກາດຄົ້ນຫາພື້ນຖານຮູບເງົາເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສວຍງາມ ແລະ ຕິດພັນຢ່າງແໜ້ນແຟ້ນກັບປະຫວັດສາດຂອງຊາດ ຫວຽດນາມ.

        ຕາມບົດຂຽນ, ຮູບເງົາ ຫວຽດນາມ ໄດ້ສ້າງຕັ້ງ ແລະ ພັດທະນາໃນຫຼາຍທົດສະວັດແຫ່ງການຕໍ່ສູ້ ແລະ ຄວາມຄາດຫວັງຍາດເອົາເອກະລາດ. ບັນດາຮູບເງົາຄື “ນາງສາວ ຮ່າໂນ້ຍ” (1975) ຫຼື “ຍາມໃດຈຶ່ງຈະຮອດເດືອນ ຕຸລາ” (1984) ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງ, ປະກອບສ່ວນສ້າງເປັນສີສັນຂອງພື້ນຖານຮູບເງົາຂອງຊາດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.