ຂ່າວເດັ່ນ

ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກ

ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກ

(VOVWORLD) - ວັນທີ 28 ມີນາ, ກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ກຳລັງ ອິດສະຣາແອັນ ໄດ້ຍິງຊາວ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກຈົນເສຍຊີວິດ.

ນາຍທະຫານ ອິດສະຣາແອັນ ກໍຈັບຕົວນັກຂ່າວຜູ້ໜຶ່ງຂອງ CNN ທີ່ພວມໃຫ້ຂ່າວກ່ຽວກັບເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກ. ເຫດທີໜຶ່ງເກີດຂຶ້ນຢູ່ຖະໜົນ Kafr Aqab ຢູ່ Jerusalem ຕາເວັນອອກ ໃນວັນທີ 27 ມີນາ, ກຳລັງ ອິດສະຣາແອັນ ໄດ້ຍິງຊາວໜຸ່ມ ປາແລັດຕິນ ເສຍຊີວິດ ແລະ ເຮັດໃຫ້ 3 ຄົນອື່ນຖືກບາດເຈັບ. ຫຼັງຈາກນັ້ນ, ມີຊາວ ປາແລັດສະຕິນ ອີກໜຶ່ງຄົນຖືກຍິງເສຍຊີວິດ. ໃນອີກເຫດການໜຶ່ງທີ່ຕ່າງຫາກ, ກຳລັງ ອິດສະຣາແອັນ ໄດ້ຍິງໃສ່ເຍົາວະຊົນຜູ້ໜຶ່ງ ອາຍຸ 15 ປີ, ໃນບັ້ນຮົບຢູ່ຄ້າຍລີ້ໄພ Dheisha, ທາງທິດໃຕ້ນະຄອນ Bethlehem ໃນວັນທີ 27 ມີນາ. ຫຼັງຈາກນັ້ນອີກບໍ່ດົນ, ເຍົາວະຊົນຄົນນັ້ນກໍເສຍຊີວິດຢູ່ ໂຮງໝໍ.

        ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ຝັ່ງຕາເວັນຕົກໃນຊຸມອາທິດມໍ່ໆມານີ້, ເມື່ອຄວາມສົນໃຈຂອງພາກພື້ນພວມຫັນໄປສູ່ການປະທະກັນຢູ່ຕາເວັນອອກກາງ ພາຍຫຼັງ ອິດສະຣາແອັນ ແລະ ອາເມລິກາ ບຸກໂຈມຕີ ອີຣານ, ບັນດາບັນດາການເຄື່ອນໄຫວການທະຫານຂອງ ອິດສະຣາແອັນ ຢູ່ຝລັ່ງຕາເວັນຕົກ ແລະ ບັນດາເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານ.


This site is protected by reCAPTCHA and the Google Privacy Policy and Terms of Service apply.