ຂ່າວເດັ່ນ

ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ ແລະ ​ຢູ​ແກຼນ ຄາດ​ວ່າຈະດຳ​ເນີນ​ໃນ​ວັນ​ທີ 23 ກໍ​ລະ​ກົດ

ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ ແລະ ​ຢູ​ແກຼນ ຄາດ​ວ່າຈະດຳ​ເນີນ​ໃນ​ວັນ​ທີ 23 ກໍ​ລະ​ກົດ

(VOVWORLD) -ວັນທີ 23 ກໍລະກົດ, ວັງ Kremlin ຖະແຫລງ ລັດເຊຍ ສະຫນັບສະຫນູນການເຈລະຈາສັນຕິພາບຮອບໃຫມ່ກັບ ຢູແກຼນ ຄາດວ່າ ຈະດຳເນີນໃນວັນທີ 23 ກໍລະກົດ ຢູ່ ຕວັກກີ, ແຕ່ກໍ່ເນັ້ນຫນັກຫລັກໝັ້ນຂອງສອງຝ່າຍປະຈຸບັນແມ່ນກົງກັນຂ້າມ ສະນັ້ນ ຄວນຊຸກຍູ້ຄວາມມານະພະຍາຍາມດ້ານການທູດເພື່ອຮັດແຄບຄວາມບໍ່ລົງລອຍກັນ.

ທ່ານ Dmitry Peskov ໂຄສົກວັງ Kremlin. (ພາບ:Pavel Bednyakov/Pool via REUTERS)

ວັນທີ 21 ກໍລະກົດ, ໃນຖະແຫລງການ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ: ລັດເຊຍ ຈະປະກາດຢ່າງທັນທີເມື່ອຮູ້ແນ່ວແນ່ວັນດຳເນີນຮອບເຈລະຈາຄັ້ງຕໍ່ໄປ. ທ່ານ Dmitry Peskov ເນັ້ນຫນັກວ່າ ແຜນຮ່າງບົດບັນທຶກຄວາມເຂົ້າໃຈຂອງ ມົດສະກູ ແລະ ກິີແອັບ ປະຈຸບັນແມ່ນກົງກັນຂ້າມ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຫລາຍທີ່ສຸດເພື່ອປຶກສາຫາລື ແລະ ເຈລະຈາລະຫວ່າງສອງຝ່າຍ.

ກ່ອນຫນ້ານັ້ນ ວັນທີ 19 ກໍລະກົດ, ປະທານາທິບໍດີ ຢູແກຼນ, ທ່ານ Volodymyr Zelensky ຢັ້ງຢືນ ກີແອັບ ໄດ້ສົ່ງຂໍ້ສະເຫນີເຖິງ ມົດສະກູ ກ່ຽວກັບການຈັດຕັ້ງຮອບເຈລະຈາຄັ້ງໃຫມ່ໃນອາທິດນີ້ ພ້ອມທັງສະແດງຄວາມປາດຖະຫນາຢາກຍູ້ໄວວິວັດການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.