ຂ່າວເດັ່ນ

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ: ການ​ເລືອກ​ຕັ້ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ: ການ​ເລືອກ​ຕັ້ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

(VOVWORLD) - ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.

ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້
(ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຈີນ, ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຄຸນໝິງ, ຈີນ), ໃຫ້ຮູ້ວາ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນສັນຍາລັກຢ່າງມີຊີວິດຊີວາ ຂອງເລື່ອງປະຊາຊົນ ຫວຽດນາມ ປະຕິບັດສິດເປັນເຈົ້າ ແລະ ເຂົ້າຮ່ວມຊີວິດດ້ານການເມືອງຂອງປະເທດຊາດ. ບັນດາສະມາຊິກມີມາດຖານຄົບຖ້ວນ ແລະ ຜູ້ມີສິດເລືອກຕັ້ງໄວ້ວາງໃຈເລືອກເອົາເຂົ້າຮ່ວມວິວັດການຄັດເລືອກການນຳຫຼັກແຫຼ່ງຂອງປະເທດຊາດ, ຜ່ານນັ້ນແບກຫາບບົດບາດໜ້າທີ່ຍິ່ງໃຫຍ່ຂອງປະເທດາດ ແລະ ປະຊາຊົນ.

ທ່ານສາດສະດາຈານ Zhu Zhenming ຖືວ່າໃນໄລຍະຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການປະຕິຮູບສຳຄັນ, ຄືປັບປຸງຫົວໜ່ວຍບໍລິຫານ, ໝູນໃຊ້ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ເຮັດໃຫ້ກົງຈັກບໍລິຫານກະທັດລັດລົງ. ໃນສະພາບການນັ້ນ, ການຊີ້ນຳທີ່ມີຈຸດສຸມ, ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກ, ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງອຳນາດການປົກຄອງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທຸກຂັ້ນ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງປະຊາຊົນ ໄດ້ປະກອບສ່ວນຮັບປະກັນວຽກງານເລືອກຕັ້ງ ດຳເນີນຢ່າງມີຄວາມເປັນລະບຽບຮຽບຮ້ອຍ, ປະສິດທິພົນ.

ທ່າດສາດສະດາຈານ Zhu Zhenming ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.