ຂ່າວເດັ່ນ

ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕ້ອງ​ຕິດ​ແທດ​ໜ້າ​ທີ່, ເປົ້າ​ໝາ​ຍ​ພັດ​ທະ​ນາ​ປະ​ເທດ​ຊາດ

[VOVWORLD] - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ, ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ດ້ານ​ການ​ຕ່າງປະເທດ ແລະ ເຊື່ອມ​ໂຍງ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່.

ຕອນ​ບ່າຍ​ວັນ​ທີ 3 ເມ​ສາ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ (ຄະ​ນະ​ຊີ້​ນຳ) ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ຊີ້​ນຳ. ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ແບບ​ທາງ​ໄກ​ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ເຊື່ອມຕໍ່​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ.

ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ, ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ດ້ານ​ການ​ຕ່າງປະເທດ ແລະ ເຊື່ອມ​ໂຍງ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່. ຕາມ​ນັ້ນ​ແລ້ວ, ການເຄື່ອນໄຫວດ້ານ​ການຕ່າງປະເທດ, ການເຊື່ອມ​ໂຍງ​ສາ​ກົນ ຕ້ອງ​ຕິດ​ແທດກັບ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າໃນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ, ໃນ​ນັ້ນ ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​ຕົກ​ລົງ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທ້​ຈິງ; ຍູ້​ແຮງ​ການ​ທູດ​ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ສູງ…

ການ​ທູດ ແລະ ກາ​ນ​ເຊື່ອມ​ໂຍງ​ສາ​ກົນ​ຕ້ອງ​ສ້າງ​ສະ​ຖານະການ, ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ, ສວມ​ບົດ​ບາດ​ສ້າງ​ສັນ, ເປັນ​ກຳ​ລັງ​ໜູນ, ເປີດ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ; ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນການ​ຍົກ​ສູງ​ຖາ​ນະ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ​ໃນສະ​ພາບ​ການທີ່ການ​ເມືອງ​ໂລກ​ສັບ​ສົນ​ໃນ​ປັດ​ຈຸ​ບັນ, ບໍ່​ພຽງ​ແຕ່​ເດີນຕາມ​ທັນ, ໄປພ້ອມ​ກັນ ຫາກຍັງຕ້ອງ​ກາຍ​ຂຶ້ນນຳ​ພາ, ພ້ອມ​ກັນນັ້ນ ວຽກ​ງານ​ການ​ຕ່າງປະເທດ ແລະ ການເຊື່ອມ​ໂຍງ​ສາ​ກົນ​ຕ້ອງ​ປະ​ກອ​ບ​ສ່ວນ​ເຂົ້າໃນການປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.