ຂ່າວເດັ່ນ

ການ​ກະ​ທຳ​ຂອງ ຮາ​ມາ​ສ ແລະ ອິ​ດ​ສະ​ລາ​ແອັນ ​ຕໍ່​ຄວາມ​ອາດ​ສາ​ມາດ​ເຈ​ລະ​ຈາ​ກ່ຽວ​ກັບ​ໄລ​ຍະ​ທີ 2 ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

ການ​ກະ​ທຳ​ຂອງ ຮາ​ມາ​ສ ແລະ ອິ​ດ​ສະ​ລາ​ແອັນ ​ຕໍ່​ຄວາມ​ອາດ​ສາ​ມາດ​ເຈ​ລະ​ຈາ​ກ່ຽວ​ກັບ​ໄລ​ຍະ​ທີ 2 ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

(VOVWORLD) - ກຳລັງຮາມາສໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາກັບອິດສະລາແອັນ ກ່ຽວກັບໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ, ພາຍຫຼັງປະຕິບັດສຳເລັດການມອບສົ່ງຕົວປະກັນອິດສະລາແອັນ ແລະ ຮັບນັກໂທດປາແລັດສະຕິນ ໃນໄລຍະທີ 1.

(ພາບປະກອບ: REUTERS/TTXVN)

ໃນຖະແຫຼງການອອກໃນວັນທີ 27 ກຸມພາ, ກຳລັງຮາມາສໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາກັບອິດສະລາແອັນ ກ່ຽວກັບໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ, ພາຍຫຼັງປະຕິບັດສຳເລັດການມອບສົ່ງຕົວປະກັນອິດສະລາແອັນ ແລະ ຮັບນັກໂທດປາແລັດສະຕິນ ໃນໄລຍະທີ 1. ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 26 ກຸມພາ, ຮາມາສ ແລະ ອິດສະລາແອັນ ບັນລຸໄດ້ຂໍ້ຕົກລົງແລກປ່ຽນຊາກສົບຂອງຕົວປະກັນອິດສະລາແອັນ 4 ຄົນແລະ ປ່ອຍຕົວນັກໂທດປາແລັດສະຕິນ 602 ຄົນ. ພາຍຫຼັງໄດ້ຮັບຕົວປະກັນ, ຕອນບ່າຍວັນທີ 27 ກຸມພາ ລັດຖະບານ ອິດສະລາແອັນ ໄດ້ປະກາດຈະຈັດສົ່ງຄະນະຜູ້ຕາງໜ້າໄປຍັງກາຍໂຣ, ເອຢິບ ເພື່ອສືບຕໍ່ບັນດາການເຈລະຈາ. ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະລາແອັນ Gideon Sa’ar ຢັ້ງຢືນວ່າ ເລື່ອງ ປະເທດນີ້ຈັດສົ່ງຄະນະຜູ້ຕາງໜ້າໄປຍັງ ກາຍໂຣ ແມ່ນເພື່ອແນໃສ່ສຳຫຼວດຄວາມສາມາດທີ່ຈະດຳເນີນການເຈລະຈາ, ບໍ່ແມ່ນການຢັ້ງຢືນຈະມີການເຈລະຈາກ່ຽວກັບໄລຍະທີ 2.

This site is protected by reCAPTCHA and the Google Privacy Policy and Terms of Service apply.