ຂ່າວເດັ່ນ

ການ​ນຳ ອາ​ເມ​ລິ​ກາ - ຈີນ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ແກ້​ໄຂ​ສະ​ພາບ​ການ​ຈົນ​ຕາ​ແຈ​ໃນ​ການ​ເຈ​ລະ​ຈາ​​ດ້ານ​ການ​ຄ້າ

ການ​ນຳ ອາ​ເມ​ລິ​ກາ - ຈີນ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ແກ້​ໄຂ​ສະ​ພາບ​ການ​ຈົນ​ຕາ​ແຈ​ໃນ​ການ​ເຈ​ລະ​ຈາ​​ດ້ານ​ການ​ຄ້າ

(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການປັບປຸງໃຫ້ແກ່ການພົວພັນ ຈີນ - ອາເມລິກາໃຫ້ໄປຖືກທິດ.

 ທ່ານປະທານປະເທດ ຈີນ ສີຈິ້ນຜິງ  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ:  REUTERS/Kevin Lamarque)

ຕອນຄ່ຳວັນທີ 5 ມິຖຸນາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ດຳເນີນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ການເຈລະຈາທາງໂທລະສັບ ໄດ້ປະຕິບັດຕາມການສະເໜີຂອງການນຳອາເມລິກາ, ສ້າງຂີດໝາຍການຕິດຕໍ່ພົວພັນຄັ້ງທຳອິດລະຫວ່າງການນຳສອງທ່ານນັບແຕ່ເວລາການເຈລະຈາທາງໂທລະສັບ ເມື່ອວັນທີ 17 ມັງກອນ, ກ່ອນທ່ານ Trump ດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ 2 - 3 ວັນ.

ທີ່ການເຈລະຈາທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການປັບປຸງໃຫ້ແກ່ການພົວພັນ ຈີນ - ອາເມລິກາໃຫ້ໄປຖືກທິດ. ທ່ານຢັ້ງຢືນ ວ່າ ການໂອ້ລົມສົນທະນາ ແລະ ການຮ່ວມມືແມ່ນການຄັດເລືອກທີ່ຖືກຕ້ອງໜຶ່ງດຽວ, ແລະ ຮຽກຮ້ອງໃຫ້ທັງສອງຝ່າຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາດ້ານເສດຖະກິດຢູ່ເຊີແນວໃນໄລຍະຜ່ານມາຢ່າງເຂັ້ມງວດ. ສອງຝ່າຍຕ້ອງໝູນໃຊ້ກົນໄກປຶກສາຫາລືດ້ານເສດຖະກິດ - ການຄ້າ ທີ່ໄດ້ຮັບການສ້າງຕັ້ງແລ້ວໃຫ້ເປັນຢ່າງດີ, ຮັກສາທ່າທີສະເໝີພາບ, ເຄົາລົບນັບຖືບັນດາຄວາມສົນໃຈອັນຊອບທຳຂອງກັນ ແລະ ມຸ່ງໄປເຖິງໝາກຜົນຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນການເຈລະຈາ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຮັກສາການແລກປ່ຽນ ແລະ ຍູ້ໄວການຈັດຕັ້ງຮອບເຈລະຈາຄັ້ງຕໍ່ໄປເພື່ອແນໃສ່ຊຸກຍູ້ການພົວພັນທີ່ເປັນປົກກະຕິ ແລະ ການຮ່ວມມືຢ່າງມີປະສິດທິຜົນກ່ວາລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.