ຂ່າວເດັ່ນ

ການ​ນຳ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່ ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່ ລາວ ແລະ ກຳ​ປູ​ເຈຍ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ ຂອງ ປະເທດສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ ແລະ ບຸນປີໃໝ່ Chol Chhnam Thmey ຂອງລາຊະອານາຈັກ ກຳປູເຈຍ, ການນຳ ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ຊໍ່ດອກໄມ້ອວຍພອນໄປຍັງການນຳລາວ ແລະ ການນຳ ກຳປູເຈຍ.

ພາບປະກອບ: TTXVN

ໃນຈົດໝາຍສົ່ງໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລູນ ສີສຸລິດ ແລະ ການນຳຂັ້ນສູງລາວ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ໄດ້ຢັ້ງຢືນຍາມໃດກໍ່ມີສະຕິຢ່າງເລິກເຊິ່ງ ແລະ ຮູ້ສຶກດີໃຈນຳບັນດາການນຳລາວ ທີ່ໄດ້ປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ ນັບມື້ນັບມີການພັດທະນາຢ່າງມີປະສິດທິຜົນ, ແທ້ຈິງໃນສະພາບການໃໝ່ຄືໃນປັດຈຸບັນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊາຊົນແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ໃນຈົດໝາຍສົ່ງໄປຍັງ ກະສັດກຳປູເຈຍ, ປະທານພັກ CPP, ທ່ານປະທານສະພາສູງ Hun Sen ແລະ ການນຳຂັ້ນສູງ ກຳປູເຈຍ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ຕັ້ງໜ້າບັນລຸໄດ້ຢູ່ການພົບປະຂັ້ນສູງ ລະຫວ່າງກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍ ແລະ ການພົບປະລະຫວ່າງຜູ້ນຳຂັ້ນສູງຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ ເມື່ອເດືອນກຸມພາຜ່ານມາ ໂດຍສອງຝ່າຍສົມທົບກັນຫັນເປັນລະອຽດ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ, ເພື່ອຜົນປະໂຫຍດອັນແທດຈິງ ຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.