ຂ່າວເດັ່ນ

ການ​ນຳ​ລາວ​ສົ່ງ​ໂທ​ລະ​ເລກ​ຢຶ​ຢາມ​ຖາມ​ຂ່າວ ຫວຽດ​ນາມ

ການ​ນຳ​ລາວ​ສົ່ງ​ໂທ​ລະ​ເລກ​ຢຶ​ຢາມ​ຖາມ​ຂ່າວ ຫວຽດ​ນາມ

(VOVWORLD) - ບັນດາການນຳຂັ້ນສູງຂອງລາວໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈ ແລະ ການແບ່ງປັນຢ່າງເລິກເເຊິ່ງມາຍັງການນຳຂັ້ນສູງ ຫວຽດນາມ, ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້

ພາບປະກອບ

ໂດຍໄດ້ຮັບຂ່າວ ພາຍຸ Yagi ພັດເຂົ້າ ຫວຽດນາມ ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ, ວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສົ່ງໂທລະເລກຢຶຢາມຖາມຂ່າວ ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ໃນໂທລະເລກ, ບັນດາການນຳຂັ້ນສູງຂອງລາວໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈ ແລະ ການແບ່ງປັນຢ່າງເລິກເເຊິ່ງມາຍັງການນຳຂັ້ນສູງ ຫວຽດນາມ, ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ແລະ ເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດຖະບານ ຫວຽດນາມ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ປະຊາຊົນ ຫວຽດນາມ ຈະ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດຂອງປະຊາຊົນ ແລະ ເຂດຖືກຜົນສະທ້ອນຈາກໄພທຳມະຊາດຈະກັບຄືນສູ່ເປັນປົກກະຕິ.

This site is protected by reCAPTCHA and the Google Privacy Policy and Terms of Service apply.