ຂ່າວເດັ່ນ

ການ​ນຳ​ພັກ, ລັດ ເຂົ້​າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ການ​ນຳ​ພັກ, ລັດ ເຂົ້​າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ.

ການນຳພັກ, ລັດ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ຕອນເຊົ້າວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ,  ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ. ເຂົ້າຮ່ວມມີທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ, ທ່ານເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ… ພ້ອມກັບການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດຫຼາຍທ່ານ. ນະທີ່ນີ້, ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. ຜ່ານໄລຍະ 96 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພັກໄດ້ນຳພາປະຊາຊົນສ້າງບັນດາຜົນສຳເລັດອັນຍິ່ງໃຫຍ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.