ຂ່າວເດັ່ນ

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ ​ປະ​ທານ​ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ

ການນຳພັກ, ລັດ ເຂົ້າຄຳນັບສຸສານ ປະທານໂຮ່ຈີມິນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025), ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ. ເຂົ້າຮ່ວມພິທີອາໄລຫາມີທ່ານເລຂາທິການໃຫຍ່ພັກກອມມູນິດ ໂຕເລິມ, ທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບອະດີດການນຳພັກ, ລັດ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.