ຂ່າວເດັ່ນ

ການ​ນຳ​ພັກ​, ລັດ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປ​ີ​ແຫ່ງວັນ​ສື່ມວນ​ຊົນ​ປ​ະ​ຕິ​ວັດ ຫວຽດ​ນາມ.

ການ​ນຳ​ພັກ​, ລັດ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປ​ີ​ແຫ່ງວັນ​ສື່ມວນ​ຊົນ​ປ​ະ​ຕິ​ວັດ ຫວຽດ​ນາມ.

(VOVWORLD) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນ ແລະ ຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນການຮ່ວມເດີນທາງກັບຊົນຊາດ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີພິທີສະເຫຼີມສະຫຼອງ

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບກະຊວງວັດຖະທະນະທຳ, ກິລາ ແລະ ການທ່ອງທ່ຽວ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດ ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2025)ຢ່າງສົມກຽດ ໂດຍມີການເຂົ້າຮ່ວມ ແລະ ກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່ໂຕເລິມ ພ້ອມກັບບັນດາການນຳພັກ, ລັດ ແລະ ນັກຂ່າວອາວຸໂສ, ນັກຂ່າວດີເດັ່ນເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນ ແລະ ຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນການຮ່ວມເດີນທາງກັບຊົນຊາດ, ທ່ານນັ້ນໜັ້ກວ່າໃນສັງກາດໃໝ່, ສື່ມວນຊົນປະຕິວັດ ຫວຽດນາມ ຕ້ອງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອພັດທະນາສົມກັບເປັນຂອບຂະໜາດຂອງຍຸກສະໄໝ, ກັບການພັດທະນາຂອງປະເທດ, ກາຍເປັນພື້ນຖານສື່ມວນຊົນທີ່ເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝ, ຮັບໃຊ້ພາລະກິດຂອງພັກ, ລັດ ແລະ ປະຊາຊົນໃນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານໃຫ້ຮູ້ວ່າ:

ຜູ້ເຮັດວຽກງານການຂ່າວສະໄໝໃໝ່ຕ້ອງຮ່ຳຮຽນຢ່າງບໍ່ຢຸດຢັ້ງດ ຫຼໍ່ຫຼອມທັກສະ, ສະສົມເຕັກໂນໂລຢີທັນສະໄໝ, ຕ້ອງກາຍເປັນຄືນທຸງນຳໜ້າ, ສ້າງແຫຼ່ງບັນດານໃຈໃນການປະດິດແຕ່ງ, ລະດົມກຳລັງໃຈຈິດໃຈປ່ຽນແປງໃໝ່ ແລະ ຄວາມມຸ່ງຫວັງອະທິດສ່ວນຂອງພະນັກງານ, ສະມາຊິກພັກ ແລະ ທົ່ວສັງຄົມ.

ຕໍ່ໜ້າກະແສຫັນເປັນດີຈີຕອນ ແລະ ການແກ້ງແຍ້ງຢ່າງຂ້ຽວຂາດຂອງສື່ມວນຊົນທົ່ວໂລກ, ທ່ານເລຂາທິການໃຫຍ່ ຮຽກຮ້ອງສື່ມວນຊົນຕ້ອງປັບຕົວໂດຍໄວ, ນຳໜ້າໃນການປ່ຽນແປງໃໝ່ຢ່າງແຮງຈິນຕະນາການ, ເປັນເຈົ້າເຕັກໂນໂລຢີ, ມີວິທີການເຮັດຂ່າວ ແລະ ຖ່າຍທອດຂໍ້ມູນຢ່າງບຸກທະລຸ.

This site is protected by reCAPTCHA and the Google Privacy Policy and Terms of Service apply.